30 Jun
30Jun

ສຳຫລວດຮ່ອງຮອຍວັດຖຸບູຮານ ເມືອງຫາດຊາຍຟອງ.

    ເມືອງຫາດຊາຍຟອງຖືວ່າເປັນເມືອງໜື່ງທີ່ເກົ່າແກ່ ແລະ ຕັ້ງຢູເຂດແຄມແມ່ນ້ຳຂອງນີ້ມາດົນຫລາຍສັດຕະວັດແລ້ວ ມີວັດຖະນາທຳຮີດຄອງອັນດີງາມມາແຕ່ໃດໆແລ້ວ ສະນັ້ນຮ່ອງຮອຍວັດຖຸບູຮານຕ່າງໆກໍ່ຍັງຄົງມີໃຫ້ຄົນລຸ້ນໃໝ່ໄດ້ເຫັນກັນຢູ່ ແລະ ປະຈຸບັນກໍ່ຍັງສາມາດໄປເບິ່ງໄດ້ ຫລື ສອບຖາມຜູ່ເຖົ້າຜູ່ແກ່ຕາມບ້ານຈະໄດ້ຮູ້ທີ່ໄປທີ່ມາຂອງມັນ ແລະ ເມືອງເກົ່າຊາຍຟອງແຫ່ງນີ້ແມ່ນໄດ້ຮັບອິດທິພົນຈາກຂອມໃນສະໄຫມກ່ອນ ປະມານໃນສັດຕະວັດທີ 12.
ຜູ້ທີມັກຮັກທາງດ້ານວັດທະນະທັມ ໄດ້ພາກັນໄປເບິ່ງຊາກຂອງວັດຖຸບູຮານ ເຊັ່ນ : ພຣະທາຕຸ , ວັດ, ພຣະພຸດທະຮູບ ໄຫທີຖືກຂຸດພົບໃນເຮືອນປະຊາຊົນ ເມື່ອເດືອນມີນາ 2019 ເຊິ່ງໃນເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນນີ້ ເມື່ອກ່ອນເປັນເມືອງເກົ່າແກ່ແລະມີສິລະປະລັກສະນະທີສ້າງຂຶ້ນສະເພາະຕົນທີເປັນເອກະລັກ ເຊິ່ງບັນດາພຣະພຸດທະຮູບສະໄຫມນັ້ນເອິ້ນວ່າ ພຣະພຸດທະຮູບສະໄຫມເສດຖາປຸຣະແລະຊາຍຟອງ ທີໄດ້ຮັບອິດທິພົນຂອງຂອມແຜ່ເຂົ້າມາ ເຊິ່ງພຣະພຸດທະຮູບໃນສະໄຫມນີ້ ມັກສ້າງດວ້ຍຫິນ ແຕ່ວິວັດທະນາການມາຈາກສິລະປະສິໂຄດຕະບອງ ມີລັກສະນະຮູບແບບຄື :
ພາບ: Art and Culture of Laos
– ເກດມາລາ ( ຜົມ ) ເຫນືອນສີໂຄດຕະບອງ ແຕ່ປ່ຽນຮູບແບບເປັນຫຼາຍຢ່າງເຊັ່ນ : ຂອດເປັນກົ້ນຫອຍ, ຝາຊີຂວ້ຳ, ເປັນມຸງກຸດເທວະຮູບ, ເປັນດອກບົວກີບອ້ອມຮອບ.
– ຍອດແປວພຣະເກສາເສັ້ນໃຫຍ່ ແຕ່ເສັ້ນພຣະເກສາເຮັດຄືກັບຄົນ ບາງເທື່ອກໍ່ເປັນຂົດຂະໝວດລະອຽດກໍ່ມີ ຫຍາບໆກໍ່ມີ.
– ພຣະພັກກ້ວາງ.
– ພຣະໂອດ ( ຮີບສົບ ) ເຕື່ອຍລົງແລະຄາງປ້ານ.
– ຜ້າຈີວອນ ຖ້າເປັນພຣະປາງຢືນຈະເປັນຫົ່ມຄຸມ ຖ້າເປັນປາງນັ່ງ ຈະມີທັງຫົ່ມຄຸມແລະບ່ຽງບ່າ.
– ຜ້າສັງຄາຕິຍາວຮອດພຣະນາພີ ( ສາຍບື ).
– ຜ້າສະບົງຂ້າງເທີງບານເປັນສັນຄືກັນສາຍຮັດແອວ.
– ພຣະກັນ ( ຫູ ) ໂດຍສ່ວນໃຫຍ່ຈະຍາວຢ່ອນລົງຮອດພຣະອັງສະ ( ບ່າ ) .
– ຖ້າເປັນພຣະອົງຂະໜາດໃຫຍ່ຈະມີລັກສະນະພິເສດດັ່ງນີ້ : ເສັ້ນພຣະເກສາຈະຄືກັນກັບເສັ້ນຜົມຄົນ ແລະຈະຄ້າຍຄືຫນາມເປືອກຫມາກມີ້ ບາງຄັ້ງກໍ່ຄ້າຍຄືກັບຫອຍເບ້ຍ..
– ຖ້າເປັນພຣະຊົງເຄື່ອງຈະມີລັກສະນະພິເສດຄື : ມີສາຍຄໍ ມີປອກແຂນ ຜ້າພັນກາຍເປັນລວດລາຍແບບຂອມ.
– ຮ່ອງບົວແທ່ນ ມີທັງບົວຂວ້ຳແລະບົວຫງາຍ ແລະມີແຕ່ບົວຫງາຍຢ່າງດຽວກໍ່ມີ ຫລືບົວຂວ້ຳກໍ່ມີພາຍຫລັງພຣະພຸດທະສາສະໜາແບບມະຫາຍານໄດ້ສູ້ຍັນກັບລັດທິລັງກາວົງ ສຸດທ້າຍລັດທິລັງກາວົງເປັນຝ່າຍຊະນະໃນຂະເໝນແລະແຜ່ມາມີອິດທິພົນຢູ່ລາວ ພຣະພຸດທະສາສະໜານິກາຍມະຫາຍານໃນລາວກໍ່ຫມົດໄປ.
ຮ່ອງຮອຍວັດຖຸບູຮານ ເມືອງຫາດຊາຍຟອງ ນະຄອນຫລວງວັນຈັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING