ສູນແຫ່ງນີ້ ຈະຊ່ວຍສົ່ງເສີມ, ປະສານງານ ແລະ ສະໜັບສະໜູນການ ຈັດຕັ້ງປະຕິບັດອາຊີວະສຶກສາແບບຄວບຄູ່ໃຫ້ພົ້ນເດັ່ນ ແລະ ເຮັດໃຫ້ຄຸນນະພາບແຮງງານໃນ ສປປ ລາວ ໄດ້ຮັບການພັດທະນາດີຍິ່ງຂຶ້ນ.
ສູນແຫ່ງນີ້ ຈະຊ່ວຍ ສຄອຊ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງສະຖານປະກອບການທີ່ສົນໃຈໃນອາຊີວະສຶກສາແບບຄວບຄູ່ ໂດຍຈະສະໜັບສະໜູນ, ສົ່ງເສີມ ແລະ ໂຄສະນາຮູບແບບອາຊີວະສຶກສາແບບຄວບຄູ່ ທີ່ມີ 6 ການບໍລິການຫລັກ ຄື:
ພາບ: laophattananews.com
1. ການສະໜອງປ່ອງບໍລິການປະຕູດຽວ ( ບໍລິການຢູ່ ແຂວງຈໍາປາສັກ, ຫລວງພະບາງ, ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ.
2. ການຝຶກອົບຮົມ.
3. ການຢັ້ງຢືນ.
4. ການຈັດງານຕ່າງຯ ທີ່ກ່ຽວກັບອາຊີວະສຶກສາແບບຄວບຄູ່.
5. ການສົ່ງເສີມ ແລະ ສົນທະນາ ລະຫວ່າງພາກລັດ ແລະ ພາກທຸລະກິດ.
6. ການໂຄສະນາ ແລະ ຍ້ອງຍໍ.
ສູນບໍລິການອາຊີວະສຶກສາແບບຄວບຄູ່ ໄດ້ຮັບການສ້າງຕັ້ງຂຶ້ນໂດຍການສະ ໜັບສະໜູນຈາກໂຄງການພັດທະ ນາອາຊີວະສຶກສາໃນ ສປປ ລາວ (VELA). ຄູ່ຮ່ວມງານຫລັກຂອງ VELA ແມ່ນກະຊວງ ສຶກສາທິການ ແລະ ກິລາ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພ້ອມດ້ວຍໂຄງການຮ່ວມມືເຢຍລະມັນ (GIZ), ໂຄງການປະສານງານໂດຍ ກະຊວງ ແຜນການ ແລະ ການລົງທຶນ. ໂຄງການ VELA ມີຈຸດປະສົງເພື່ອຈັດຕັ້ງປະຕິບັດອາຊີວະສຶກສາແບບຄວບຄູ່ໃນບັນດາແຂວງທີ່ມີເສດຖະກິດຂະຫຍາຍຕົວ ເຊັ່ນ: ແຂວງ ຈໍາປາສັກ, ຫລວງພະບາງ, ນະຄອນ ຫລວງວຽງຈັນ ແລະ ແຂວງວຽງຈັນ.
ເປີດບໍລິການແລ້ວ! ສູນບໍລິການອາຊີວະສືກສາແບບຄວບຄູ່
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.