ໃນພາສາລາວ ການເອົາຄຳມາຕໍ່ກັນເປັນຄຳສາມາດເຮັດໃຫ້ຄວາມໝາຍຂອງຄຳ ຫລື ປະໂຫຍກນັ້ນປ່ຽນໄປໄດ້ຄົນລະຄວາມໝາຍເລີຍ ເຊັ່ນດັ່ງສາມຄຳໃນທີ່ນີ້ເຮົາຈະມາອະທິບາຍການແບບລະອຽດຂື້ນຕື່ມເຊິ່ງໄດ້ຮຽບຮຽງມາໄວ້ຈ່ຳນວນໜື່ງ.
ຄໍາວ່າ:ສັງຄົມ ແມ່ນການຢູ່ຮ່ວມກັນຂອງມະນຸດນັບຕັ້ງແຕ່ສອງຄົນຂຶ້ນໄປ ເຊິ່ງມີຄວາມພົວພັນເຊິ່ງກັນ ແລະ ກັນຫຼາຍຮູບແບບເຊັ່ນ: ເປັນຄອບຄົວ; ກຸ່ມພັກພວກ; ອາຊີບ; ການຄ້າຂາຍໄປມາຫາສູ່…ເວົ້າງ່າຍໆແມ່ນການພົວພັນລະຫວ່າງຄົນກັບຄົນ ເອີ້ນວ່າ: ສັງຄົມ ການພົວພັນກັນຢູ່ໃນສັງຄົມນັ້ນໄດ້ເຮັດໃຫ້ມະນຸດມີການປຽບທຽບຊັ່ງຊາ ເປັນການຊ່ວຍ ແລະ ພັດທະນາ ສ້າງສາໃຫ້ມະນຸດມີຄວາມຈະເລີນເຕີບໂຕທາງດ້ານຮ່າງກາຍ ມັນສະໝອງແລະພັດທະນາສິ່ງຕ່າງໆໄດ້ຢ່າງຮອບດ້ານ ແລະ ທັນສະໄໝຂຶ້ນໄດ້ຢ່າງໄວວາ.
ຄໍາວ່າ:ສັງຄົມນິຍົມ ໝາຍເຖິງ ຫຼັກການປົກຄອງຂອງລະບອບປະຊາທິປະໄຕ ປະຊາຊົນ ເປັນລະບົບສັງຄົມ ແລະ ເສດຖະກິດ ເຊິ່ງມີລັກສະນະຄືສັງຄົມເປັນເຈົ້າຂອງການຜະລິດ ແລະ ການຈັດການເສດຖະກິດແບບຮ່ວມມື.
ເປັນທິດສະດີ ຫຼື ຫຼັກການໃນການດໍາເນີນນະໂຍບາຍຕ່າງໆແບບສັງຄົມນິຍົມ ລັດຄຸ້ມຄອງປະຊາຊົນເປັນເຈົ້າ
ເປັນອຸດົມການທີ່ມີຄວາມເຊື່ອໝັ້ນໃນຫຼັກການວ່າ ສັງຄົມຄວນດໍາລົງຄົງຕົວຢູ່ພາຍໃຕ້ການຄວບຄຸມກົນໄກ ແລະວິທີການຜະລິດໂດຍປະຊາຊົນແບບລວມໝູ່ ເຊັ່ນ: ສະຫະກອນ ເປັນເຈົ້າຂອງກໍາມະສິດການຜະລິດທຸກຢ່າງ ທັງນີ້ເພື່ອໃຫ້ປວງຊົນມີສິດຊົມໃຊ້ເທົ່າທຽມກັນ.
ຄວາມໝາຍໃນພາສາລາວຂອງ ສັງຄົມ, ສັງຄົມນິຍົມ ແລະ ສັງຄົມສາດ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido