16 May
16May

ສຳລັບຄົນທີ່ຢາກເດີນທາງໄປຕ່າງປະເທດໄລຍະນີ້ຕ້ອງເຮັດແນວໃດ?

ດັ່ງທີ່ຮູ້ກັນດີແລ້ວວ່າຊ່ວງເຟົ້າລະວັງ, ຊ່ວງລັອກດາວຂອງປະເທດເຮົາຍັງທັນສິ້ນສຸດ ເຊິ່ງຕ້ອງລໍຖ້າຕິດຕາມສະຖານະການຕໍ່ໄປ ຈົນກວ່າລັດຖະບານຈະມີຄຳເຫັນປົດລັອກຢ່າງຂາດຕົວຈິ່ງສາມາດເຄື່ອນໄຫວໄປມາໄດ້ປົກກະຕິ, ສຳລັບຄົນທີ່ຢາກເດີນທາງໄປຕ່າງປະເທດຈະເຮັດແນວໃດ

ພາບ : laothai.net

ອີງຕາມຄຳແນະນຳຂອງກະຊວງການຕ່າງປະເທດ ເນື່ອງຈາກວ່າ ລັດຖະບານລາວ ຍັງສືບຕໍ່ປີດດ່ານ ຊາຍແດນທາງບົກ ແລະ ທາງອາກາດໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດທີ່ຮ້າຍແຮງ ຢູ່ ສປປ ລາວ ຂອງພະຍາດ ໂກວິດ-19, ສະນັ້ນ ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ສປປ ລາວ ຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການຂອງປະເທດເຮົາຢ່າງເຄັ່ງຄັດ ແລະມືນີ້ແອັດຈະຍົກເອົາແຕ່ຂາອອກມາຝາກ. ກ່ຽວກັບຜູ້ທີ່ຈະເດີນທາງໄປຕ່າງປະເທດ ສໍາລັບພົນລະເມືອງຕ່າງປະເທດທີ່ມີສະຖານເອກອັກຄະລັດຖະທູດປະຈໍາ ສປປ ລາວ ຕ້ອງໄປລົງທະບຽນຢູ່ ສະຖານເອກອັກຄະລັດຖະທູດດັ່ງກ່າວ ເພື່ອແຈ້ງຈຸດປະສົງການຂໍເດີນທາງອອກ ສປປ ລາວ ແລະ ຕ້ອງໄດ້ ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຂອງປະເທດທີ່ຈະເດີນທາງເຂົ້າ; ສະຖານເອກອັກຄະລັດຖະທູດທີ່ກ່ຽວຂ້ອງ ຕ້ອງເຮັດຫນັງສືສະເຫນີມາຍັງກະຊວງການຕ່າງປະເທດ ພ້ອມບັນຊີລາຍຊື່, ເລກທີ່ຫນັງສືຜ່ານແດນ, ວັນເວລາ, ດ່ານທີ່ຈະເດີນທາງອອກ, ພາຫະນະໃນການເດີນທາງ ແລະ ລາຍລະອຽດອື່ນໆ ເພື່ອພິຈາລະນາອໍານວຍຄວາມສະດວກ;

ຂໍ້ມູນສຳລັບຄົນທີ່ຢາກເດີນທາງໄປຕ່າງປະເທດໄລຍະນີ້ຕ້ອງເຮັດແນວໃດ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING