ສິ່ງປຸກສ້າງກວມເອົາເຂດສະຫງວນທາງໃຫ້ຮື້ຖອນອອກພາຍໃນ 15 ວັນ.
ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອຄວາມສວຍງາມຂອງເມືອງວັງວຽງກໍຄືໃບໜ້າໃບຕາຂອງແຫລ່ງທ່ອງທ່ຽວໃນ ສປປ ລາວ, ໃຫ້ມີຄວາມສະອາດງາມຕາເຊິງປະຈຸບັນຍັງຄົງເຫັນຄວາມບໍ່ເປັນລະບຽບປານໃດຕາມແຄມທາງຕ່າງໆ, ການຖິ້ມຂີ້ເຫຍື້ອ ແລະ ນ້ຳເສຍຕ່າງໆຍັງຄົງເປັນບັນຫາຢູ່. ສະນັ້ນຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ ເມືອງວັງວຽງ ແຂວງວຽງຈັນ ໄດ້ອອກໜັງສືແຈ້ງການ ເຖິງ: ຜູ້ປະກອບການທຸລະກິດ, ພໍ່ຄ້າຊາວຂາຍ ພາຍໃນເທດສະບານ ແລະ ທົ່ວເມືອງວັງວຽງ. ເລື່ອງ: ການໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນໃຫ້ແກ່ຄະນະສະເພາະກິດຂັ້ນສູນກາງ, ແຂວງ ແລະ ເມືອງ ທີ່ຈະລົງມາເຮັດວຽກແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງວັງວຽງໂດຍມີເນື້ອໃນແຈ້ງການດັ່ງນີ້:
ພາບ: vientianemai.net.- ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງ ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ໃນການລົງເຮັດວຽກຂອງຄະນະສະເພາຈິດແກ້ໄຂສິ່ງກີດຂວາງຕາມເຂດສະຫງວນທາງຍ່າງ ແລະ ທ້ອງຖະໜົນ.
- ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການໃນການກວດກາ ເບິ່ງສິ່ງປຸກສ້າງ,ການເກາະເອີບ, ຕໍ່ເຕີມ, ວັດຖຸອຸປະກອນທີ່ບໍລິການ ໃນທຸລະກິດ ແລະ ປ້າຍໂຄສະນາ ທີ່ກວມເອົາເຂດສະຫງວນທາງຍ່າງ, ແຄມນ້ຳຊອງ , ແລະ ບ່ອນອື່ນໆທີ່ເປັນເຂດສະຫງວນຂອງສາທາລະນະ, ແມ່ນໃຫ້ຮື້ຖອນ,ຍົກຍ້າຍອອກ ກຳນົດເວລາ 15 ວັນ ນັບແຕ່ມື້ອອກແຈ້ງການສະບັບນີ້(16 ກັນຍາ ຫາ ວັນທີ 30 ກັນຍາ 2020) ໃຫ້ສໍາເລັດ, ຖ້າບໍ່ສໍາເລັດແມ່ນຈະຖືກກ່າວເຕືອນພ້ອມທັງປັບໃໝເປັນຈຳນວນເງິນ 10.000.000 (ສິບລ້ານກີບ).
- ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການ ໃນການເກັບມ້ຽນຂີ້ເຫຍື້ອ, ສິ່ງເສດເຫຼືອຈາກການກໍ່ສ້າງ, ການປ່ອຍນ້ຳເປື້ອນລົງນໍ້າຊອງ ໂດຍທີ່ບໍ່ຜ່ານການບໍາບັດ ແລ້ວປ່ອຍອອກສູ່ຮ່ອງລະບາຍນ້ໍາທໍາມະຊາດແມ່ນຢຸດເຊົາ ຫລື ຊອກຫາວິທີແກ້ໄຂໂດຍດ່ວນ.
ດ່ວນ…!ຮື້ຖອນສິ່ງປຸກສ້າງທີ່ກວມເອົາເຂດສະຫງວນທາງໃນ15ວັນ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์