ພາບ: tholakhong.comຂໍ້ຫ້າມໃນການຂຶ້ນສົງນ້ຳ.1.ຫ້າມໄຕ້ທູບທຽນລະຫວ່າງນັ່ງລໍກ່ອນພິທີເລີມ.
2.ຫ້າມຜູ້ນຸ່ງເຄຶ່ອງບໍ່ສຸພາບຮຽບຮ້ອຍ ບໍ່ຖຶກຕາມເອກະລັກວັດທະນະທຳຊາວພຸດ.
3. ຫ້າມຜູ້ມີອາການມຶນເມົາ.
4.ຫ້າມເອົາພ່ວງມາໄລດອກໄປແຂວນຫລຶຫ້ອຍໄວກັບອົງພະ.
5.ຫ້າມສົງນ້ຳດ້ວຍການຫົດກັບຫໍສົງ ໃຫ້ສົງທາງຫາງສົງນາກຢ່າງດຽວ.
ຂໍ້ຄວນປະຕິບັດ.1.ມາດ້ວຍຄວາມເຄົາສັດທາ ເອົານ້ຳສະອາດ ນ້ຳຫອມ ມີດອກໄມ້ທູບ3ດອກ ທຽນ2 ມາຂາບອະທິຖານກ່ອນຂຶ້ນສົງ.
2.ປົດເກີບໄວ້ນອກກ່ອນຂຶ້ນສົງ.
3. ບໍ່ຖີ້ມປະຂີ້ເຫຍຶອທີ່ຕົນເອງນຳມາກະກຽມໄວ້ບໍລິເວນພາມຫໍສົງ.
ສະເພາະພຣະສົງຄ໌ສາມະເນນທີ່ມີຫນ້າທີ່ດັບທູບທຽນເທົ່ານັ້ນ ທີ່ສາມາດເຂົ້າໄປໃນບໍລິເວນຂ້າງໃນໄດ້ ເພື່ອດູແລດັບທູບທຽນທີ່ພໍ່ອອກແມ່ອອກໄຕ້ບູຊາ ແຕ່ບໍ່ສາມາດແຕະຕ້ອງອົງຄ໌ພຣະບາງໄດ້.
* ຜູ້ຄົນທີ່ມາສົງນ້ຳພຣະບາງ ຈະເປັນພຣະ ຫຼື ເປັນພໍ່ອອກແມ່ອອກ ຕ້ອງຂຶ້ນສົງນ້ຳພຣະບາງຜ່ານຮາງສົງທີ່ທາງວັດຈັດໄວ້ໃຫ້ເທົ່ານັ້ນ.
* ບໍ່ສາມາດສົງນ້ຳໃສ່ອົງຄ໌ພຣະບາງໂດຍຕົງ.
ຂັ້ນຕອນປະເພນີການປະຕິບັດໃນເວລາມາຫົດສົງນ້ຳພະບາງ