30 Aug
30Aug

ສິນຄ້າໂອດ໊ອບຂອງລາວໄດ້ຮັບຜົນກະທົບຫລາຍຈາກການລະບາດຂອງໂຄວິດ.

ໂຄວິດເປັນພິດ, ທຸລະກິດຕ່າງໆລ້ວນແລ້ວແຕ່ໄດ້ຮັບຜົນກະທົບກັນທົວໜ້າບໍ່ວ່າຈະເປັນທຸລະກິດຂະໜາດໃຫຍ່, ກາງ ຫລື ນ້ອຍ, ແລະ ມື້ນີ້ ຈະນຳເອົາຜະລິດຕະພັນສິນຄ້າຈາກຫ້ອງປຸງແຕ່ງຢາພື້ນເມືອງລາວມາເປັນຫົວຂໍ້ຕົວຢ່າງ ນັ້ນກໍ່ຄືຫວ້ານລືສີຄູນຊັບ ເຊິ່ງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ເປັນໜຶ່ງທຸລະກິດທີ່ໄດ້ຮັບຜົນກະທົບຄືກູ່ມອື່ນໆ.
ທ່ານ ນາງ ພູວີ ພິມມະຈັນ ເຈົ້າຂອງຫ້ອງປຸງແຕ່ງຢາພື້ນເມືອງຫວ້ານລືສີຄູນຊັບ, ບ້ານໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ ໃຫ້ສຳພາດວ່າ: ຜະລິດຕະພັນຂອງພວກເຮົາແມ່ນເປັນຜະລິດຕະພັນລ້າງສານພິດ, ລ້າງສານເຄມີ, ເປັນສະໝຸນໄພເສີມສຸຂະພາບ ແລະ ອາຫານເພື່ອສຸຂະພາບ ເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໊ອບ ) ຂອງເມືອງ ເຊິ່ງໄດ້ຮັບກາໝາຍໂອດ໊ອບ ໃນປີ 2015.
ພາບ: laoedaily.com.la
ການຂາຍຜະລິດຕະພັນຂອງພວກເຮົາໃນໄລຍະຜ່ານມາ ຄືກ່ອນຈະມີພະຍາດໂຄວິດ – 19 ລະບາດ ເຫັນວ່າສິນຄ້າໄດ້ຂາຍດີ, ແຕ່ຫຼັງຈາກນັ້ນໂຄວິດ – 19 ເຂົ້າມາງານວາງສະແດງສິນຄ້າກໍງຽບສະຫງັດ ບໍ່ໄດ້ໄປໃສເລີຍເປັນເວລາຫຼາຍເດືອນເຮັດໃຫ້ທຸລະກິດຢຸດ ແລະ ສິນຄ້າບໍ່ໄດ້ຂາຍ, ທ່ານ ນາງ ພູວີ ກ່າວ.
ແຕ່ໃນລະຫວ່າງວັນທີ 15 ຫາ 23 ສິງຫາ 2020 ຜ່ານມາ ທາງພາກລັດ ກໍໄດ້ມີການຈັດງານວາງສະແດງສິນຄ້າໂອດ໊ອບ ແລະ ຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນຂຶ້ນ ທີ່ສູນການຄ້າລາວ – ໄອເຕັກ ຖືເປັນການເຂົ້າງານວາງສະແດງເປັນຄັ້ງທຳອິດ ນັບຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ – 19 ເຊິ່ງພະຍາດໂຄວິດ – 19 ໄດ້ສ້າງຜົນກະທົບດ້ານເສດຖະກິດ ແລະ ການຄ້າໃນທົ່ວໂລກ.
ໃນນັ້ນ, ທຸລະກິດຂອງພວກເຮົາກໍກະທົບໜັກເຊັ່ນກັນ ເນື່ອງຈາກບໍ່ມີການເຄື່ອນໄຫວທຸລະກິດໃນຫຼາຍເດືອນ ແລະ ການເຂົ້າຮ່ວມໃນຄັ້ງນີ້ກໍເຫັນວ່າລູກຄ້າ ແລະ ຍອດຂາຍແມ່ນຫຼຸດລົງຫຼາຍເກືອບ 3 ເທົ່າ ຂອງຍອດຂາຍທີ່ເຄີຍຂາຍໄດ້ຜ່ານມາ.
ໂຄວິດເປັນພິດ ເຮັດໃຫ້ສິນຄ້າໂອດ໊ອບຂອງລາວລາຍໄດ້ຕົກຕ່ຳ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING