ສິນເຊື່ອແກ້ໄຂຜູ້ໄດ້ຮັບຜົນກະທົບຈາກໂຄວິດ – 19.
ເພື່ອໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ທໍາການປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກໍາ ແລະ ອຸດສາຫະກໍາ, ຜະລິດສິນຄ້າອຸປະໂພກ – ບໍລິໂພກ, ຂະແໜງທ່ອງທ່ຽວ ແລະ ການບໍລິການ, ຫັດຖະກໍາ ແລະ ທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກເຂົ້າໄດ້ມີທືນໃນການພະທະນາຕໍ່ຍອດ.
ທະນາຄານ ແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ວ່າດ້ວຍໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄ ວິດ – 19 ເພື່ອສ້າງເງື່ອນໄຂໃຫ້ບຸກຄົນ, ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ຮັບຜົນກະທົບສາມາດເຂົ້າຫາແຫຼ່ງທຶນທີ່ມີຕົ້ນທຶນຕໍ່າໃຫ້ສາມາດຟື້ນຟູ ແລະ ສືບຕໍ່ການດໍາເນີນທຸລະກິດ ປະກອບສ່ວນຊຸກຍູ້ການຜະລິດພາຍໃນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະຕຸ້ນເສດຖະກິດຂອງ ສປປ ລາວ.
ພາບ: laoedaily.com.laທະນາຄານ ແຫ່ງ ສປປ ລາວ ( ທຫລ ) ໄດ້ອອກຂໍ້ຕົກລົງເລກທີ ເລກທີ 318/ທຫລ ລົງວັນທີ 19 ພຶດສະພາ 2020 ວ່າດ້ວຍໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ – 19 ເຊິ່ງໄດ້ກໍານົດຫຼັກການ ລະບຽບການກ່ຽວກັບໂຄງການ ແລະ ເປັນໂຄງການສະເພາະກິດຂອງ ທຫລ ໂດຍນໍາໃຊ້ກົນໄກການສະໜອງສິນເຊື່ອຜ່ານທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຕາມເງື່ອນໄຂ ແລະ ເປົ້າໝາຍທີ່ກໍານົດໃນຂໍ້ຕົກລົງສະບັບນີ້ ເພື່ອຜັນຂະຫຍາຍເນື້ອໃນນະໂຍບາຍ ແລະ ມາດຕະການຂອງລັດຖະບານໃນການຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ຕໍ່ບຸກຄົນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງການຜະລິດ – ທຸລະກິດ ກໍຄືຕໍ່ເສດຖະກິດຂອງ ສປປ ລາວ.
ສິນເຊື່ອຊຸກຍູ້ການຜະລິດແກ້ໄຂຜູ້ໄດ້ຮັບຜົນກະທົບຈາກໂຄວິດ – 19
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์