ສັນ ແລະ ສັນຍາ ເປັນຄົນລະຄວາມໝາຍ, ໃນພາສາລາວການຕໍ່ທ້າຍຂອງຄຳຕ່າງໆສ່ວນຫລາຍຈະເຮັດໃຫ້ມີຄວາມໝາຍໄປອີກແບບໜືງ ຫລື ຕ່າງກັນແບບຄົນລະຂົ້ວເລີຍ, ເຫດນັ້ນໃນພາສາລາວຄຳທີ່ໃຊ້ຄວາມໝາຍຂອງມັນຈະໄປຕາມປະໂຫຍກທີ່ເຮົາຈະເອົາມານຳໃຊ້.
ສັນ : ໝາຍເຖິງ
ສິ່ງທີ່ມີລັກສະນະເປັນໂນນ ເປັນຫຼັງຍາວ ເປັນແປ ເຊັ່ນ: ສັນພູ; ສັນພ້າ ສິນມີດ ເຊິ່ງຢູ່ເບື້ອງກົງກັນຂ້າມກັບຄົມ.
ຊິ້ນສັນ: ໝາຍເຖິງຊີ້ນທີ່ຢູ່ຕິດກັບກະດູກສັນຫຼັງຂອງສັດເຊັ່ນ: ສັນງົວ; ສັນຄວາຍ; ສັນໝູ… ເຊິ່ງເປັນທີ່ນິຍົມໃນການນໍາມາປຸງແຕ່ງອາຫານເພາະເປັນຊີ້ນທີ່ມີເນື້ອນຸ້ມ ບໍ່ຫຍາບໜຽວ.
ອີກຄວາມໝາຍໜຶ່ງ ສັນ ຫາກຢູ່ໃນຄວາມໝາຍທາງພຸດທະສາດສະໜາຈະມີຄວາມໝາຍວ່າ ຮັບປະທານ(ຕອນສວຍ) ເຊັ່ນ ສັນເພັນ ໝາຍເຖິງຮັບປະທານອາຫານຄາບສວຍຂອງນັກບວດທາງສາສະໜາພຸດ ຫຼື ມັກເວົ້າວ່າ ເນນ, ພຣະ, ຄູບາ ເຊິ່ງເອີ້ນການຮັບປະທານອາຫານສວຍວ່າ ສັນເພັນ, ສ່ວນ ເພັນ ໝາຍເຖິງ ຕາເວັນທ່ຽງ ຫຼື ທ່ຽງວັນ.
ຄໍາວ່າ:ສັນຍາ ໝາຍເຖິງຂໍ້ຕົກລົງທີ່ເຮັດຮ່ວມກັນນັບຕັ້ງແຕ່ສອງ ຫຼື ຫຼາຍຄົນຂຶ້ນໄປ ຫຼື ຫຼາຍຝ່າຍ ,ມີຄວາມຕົກລົງເຫັນດີເຮັດການຄ້າຫຼືສິ່ງໃດໜຶ່ງຮ່ວກັນ ...
ພາສາລາວກັບຄວາມໝາຍຂອງຄຳວ່າ ສັນ ແລະ ສັນຍາ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido