01 Aug
01Aug

ສືບຕໍ່ປະຕິບັດບັນດາມາດຕະການຕ້ານໂຄວິດ-19 ອອກໄປອີກ 1 ເດືອນ.

ຫລັງຈາກສະຖານະການຂອງການລະບາດຂອງພະຍາດໂຄວິດໃນ ສປປ ລາວ ຜ່ອນຄາຍລົງມາໄດ້ໄລຍະໜຶ່ງ, ລ້າສຸດໄດ້ມີຊາວຕ່າງຊາດທີ່ເດີນທາງເຂົ້າມາ ສປປ ລາວ, ຈາກການກວດເຊັກພົບວ່າບຸກຄົນດັ່ງກ່າວໄດ້ຖືເຊື້ອເຂົ້າມານຳ ເຊິ່ງເຮັດໃຫ້ ສປປ ລາວ ຕ້ອງມີຈ່ຳນວນຜູ່ຕິດເຊື້ອເພີ່ມອີກຄົນໜຶ່ງເຊິ່ງກ່ຳລັງຢູ່ໃນການປິ່ນປົວຢູ່.
ພາບ: laopost.com
ອີກຢ່າງກໍເນື່ອງຈາກສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ສາມາດຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວໄດ້ເທື່ອ. ລັດຖະບານລາວຈຶ່ງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄປອີກ 1 ເດືອນ ເພາະເຫັນວ່າຍັງມີຄວາມສ່ຽງໃນການນຳເຂົ້າເຊື້ອພະຍາດດັ່ງກ່າວຈາກການເດີນທາງ ເຂົ້າ-ອອກ ໂດຍນັບແຕ່ ວັນທີ 1- 31 ສິງຫາ 2020 ເພື່ອປ້ອງກັນພະຍາດໂຄວິດ-19 ນີ້ບໍ່ໃຫ້ກັບມາຮອບໃໝ່ອີກ.
ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຕາງໜ້າໃຫ້ລັດຖະບານລາວຖະແຫຼງຂ່າວໃນຕອນບ່າຍຂອງມື້ນີ້ວັນທີ 30 ກໍລະກົດ ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາຕະການຜ່ອນຜັນດັ່ງກ່າວໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ:
1. ໃຫ້ສືບຕໍ່ຂະຫຍາຍ ການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ຄວບຄຸມ ຕາມເນື້ອໃນ ທີ່ໄດ້ກຳນົດ ໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 697/ສຫນຍ, ລົງວັນທີ 30 ມິຖຸນາ 2020 ແລະ ບາງມາດຕະການເພີ່ມເຕີມ ດັ່ງນີ້:
ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍ ຂອງພະຍາດ COVID-19ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍ່ໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.
2. ເຫັນດີໃຫ້ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນທີ່ໄດ້ກໍານົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ສະບັບເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020 ແລະ ສະບັບເລກທີ 697/ສຫນຍ, ລົງວັນທີ 30 ມິຖຸນາ 2020.
3. ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ, ລົງວັນທີ 29 ມີນາ 2020 ດັ່ງນີ້:
ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ; ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້.
ຍັງສືບຕໍ່ປະຕິບັດມາດຕະການປ້ອງກັນ COVID-19 ໄປອີກ 1 ເດືອນ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING