ເພື່ອແນໃສ່ຟື້ນຟູການທ່ອງທ່ຽວພາຍຫລັງການລະບາດຂອງພະຍາດໂຄວິດ-19, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເລັ່ງຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ກຽມຈັດບັນດາກິດຈະກໍາຢູ່ແຕ່ລະທ້ອງຖິ່ນຕາມເງື່ອນໄຂ ແລະ ຄວາມເໝາະສົມ ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ໃຫ້ກັບມາຄຶກຄື້ນຄືນອີກຄັ້ງ.
ທ່ານ ຮອງລັດຖະມົນຕີກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວໃຫ້ຄ່ອຍກັບຄືນສູ່ສະພາບປົກກະຕິ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຊຸກຍູ້ພາກທຸລະກິດຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລາກຫລາຍ ເພື່ອແນໃສ່ສົ່ງເສີມ “ລາວທ່ຽວລາວ”.
ໂດຍແນະນຳນະໂຍບາຍສ່ວນຫລຸດຫລາຍຮູບແບບ ເປັນຕົ້ນສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ, ຊຸກຍູ້ໃຫ້ແຕ່ລະແຂວງ ຫລື ຕົວເມືອງທ່ອງທ່ຽວສ້າງກິດຈະກໍາການທ່ອງທ່ຽວທີ່ຕິດພັນກັບວັດທະນະທໍາ, ຮີດຄອງປະເພນີຂອງທ້ອງຖິ່ນ, ວິຖີຊີວິດຂອງທ້ອງຖິ່ນ, ຫັດຖະກໍາທ້ອງຖິ່ນ, ອາຫານທ້ອງຖິ່ນ ແລະ ການທ່ຽວຊົມທໍາມະຊາດ. ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
ໃນນີ້ເນັ້ນໃສ່ດ້ານມາດຕະການດ້ານຄວາມປອດໄພ, ວິທີການຮັກສາສຸຂະອະນາໄມ, ການກະກຽມການປ້ອງກັນຕົນເອງກ່ອນການເດີນທາງ, ກ່ຽວກັບບັນຫາດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ ຜູ້ໃຫ້ບໍລິການຂອງພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວ ພ້ອມສົ່ງເສີມຜະລິດຕະພັນການທ່ອງທ່ຽວທີ່ໂດດເດັ່ນຂອງລາວ ເພື່ອໃຫ້ຄົນລາວອອກເດີນທາງທ່ອງທ່ຽວພາຍໃນ “ລາວທ່ຽວລາວ”.
ກຽມຈັດກິດຈະກຳເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido