ກະຊວງອຸດສາຫະກຳ ແລະ ການຄ້າ ບັນດາແຂວງ ແລະ ນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມທາງອອນລາຍ ຮ່ວມກັບຄະນະກຳມະການສົ່ງເສີມ SME 17 ໃນຫົວຂໍ້ “ ວຽກງານສົ່ງເສີມ SME ແລະ ການເຂົ້າຫາແຫຼ່ງທຶນຂອງ SME ” ຂຶ້ນເພື່ອສ້າງຄວາມເຂົ້າໃຈໃນການເຂົ້າຫາແຫລ່ງທືນ ແລະ ເພື່ອຊ່ວຍໃນການສະໜັບສະໜູນການດໍາເນີນທຸລະກິດໃຫ້ກ້າວໄປໄດ້. ກອງປະຊຸມໄດ້ຈັດຂຶ້ນວັນທີ 24 ກັນຍາ 2020 ທີ່ກະຊວງ ອຄ, ພາຍໃນກອງປະຊຸມ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ ໄດ້ກ່າວວ່າ: ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື SME ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ – ສັງຄົມ ຍ້ອນວິສາຫະກິດປະເພດນີ້ ກວມເອົາ 99,8% ຂອງຫົວໜ່ວຍພື້ນຖານເສດຖະກິດຂອງ ສປປ ລາວ ເມື່ອເຫັນໄດ້ຄວາມສໍາຄັນດັ່ງກ່າວ ລັດຖະບານຈຶ່ງໄດ້ອອກດໍາລັດວ່າດ້ວຍການສົ່ງເສີມ ແລະ ພັດທະນາ SME ນັບແຕ່ປີ 2004 ແລະ ໄດ້ຍົກດໍາລັດມາເປັນກົດໝາຍວ່າດ້ວຍການສົ່ງເສີມ SME ໃນປີ 2011.
ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນກົດໝາຍ SME ໃຫ້ເປັນຮູບປະທໍາ ກະຊວງ ອຄ ກໍຄືກົມສົ່ງເສີມ SME ຈຶ່ງໄດ້ສ້າງແຜນພັດທະນາ SME 5 ປີ ອອກມາເປັນ 3 ໄລຍະ ຄື: ໄລຍະທີ 1 ປີ 2006 – 2010 ປະກອບມີ 6 ຂົງເຂດວຽກງານຈຸດສຸມ; ໄລຍະທີ 2 ປີ 2011 – 2015 ແລະ ໄລຍະທີ 3 ປີ 2016 – 2020 ປະກອບມີ 7 ຂົງເຂດນະໂຍບາຍ ແລະ 13 ມາດຕະການ.
ນອກຈາກແຜນພັດທະນາ SME ແຫ່ງຊາດ ທີ່ກ່າວມານັ້ນເກືອບທຸກແຂວງໃນຂອບເຂດທົ່ວປະເທດ ກໍໄດ້ສ້າງແຜນພັດທະນາ SME ສະເພາະຂອງຕົນ ເພື່ອໃຫ້ແທດເໝາະກັບສະພາບຂອງທ້ອງຖິ່ນຕົນ ພ້ອມທັງສ້າງຕັ້ງຄະນະກໍາມະການຊີ້ນໍາການຈັດຕັ້ງປະຕິບັດຜັນຂະຫຍາຍແຜນພັດທະນາ SME ຂອງແຂວງຂຶ້ນ ເຊິ່ງສາມາດຕີລາຄາໄດ້ວ່າ ການນໍາຂອງແຂວງໄດ້ມີຄວາມຕັ້ງໃຈ, ເອົາໃຈໃສ່ຊຸກຍູ້ວຽກງານສົ່ງເສີມ SME ຂອງແຂວງໃຫ້ເປັນຮູບປະທໍາ.
ເຂົ້າໃຈວຽກງານສົ່ງເສີມ ເອັສເອັມອີ ແລະ ການເຂົ້າຫາແຫຼ່ງທຶນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.