ຫລວງພະບາງສະເໜີ 12 ວັດທະນະທຳເຂົ້າເປັນມໍລະດົກຂັ້ນທ້ອງຖິ່ນ.
ຫລວງພະບາງເປັນເມືອງໜຶ່ງທີ່ມີຄວາມຫລາກຫລາຍຂອງວັດທະນາທຳລາວ ແລະ ຍັງຄົງປົກປັກຮັກສາວັດທະນາທຳໄວ້ໄດ້ເຊິງເຫັນໄດ້ຈາກສະຖານທີ່ຕ່າງໆ ທີ່ຍັງຄົງຮັກສາສະພາບເກົ່າໄວ້ໄດ້ ແລະ ຫລວງພະບາງຍັງເປັນເມືອງມໍລະດົກໂລກ ດ້ວຍເອກກະລັກຕ່າງໆທີ່ຍັງຮັກສາຄວາມເປັນລາວໄວ້ໄດ້ຢ່າງດີ.
ຕາມການລາຍງານຂອງຂ່າວລາວພັດທະນາໃຫ້ຮູ້ວ່າ: ຫ້ອງການມໍລະດົກໂລກຫລວງພະບາງ ໄດ້ສຳເລັດການເກັບກຳຂໍ້ມູນມໍລະດົກ ທາງດ້ານວັດທະນະທຳ ທີ່ບໍ່ເປັນວັດຖຸ ຈຳນວນ 12 ເລື່ອງ ທາງວັດທະນາທຳເຂົ້າເປັນມໍລະດົກຂັ້ນທ້ອງຖິ່ນເຊັ່ນ:
ເຂົ້າໂຄບ, ຂັບສະຫລາງ-ສາມສ້າວ, ການປັ້ນໜໍ້ດິນເຜົາ, ປູນປະທາຍເພັດ, ຫັດຖະກໍາປັກດິ້ງ, ຫັດຖະກໍາເຈ້ຍປໍສາ, ຫັດຖະກໍາຊ້ານໍ້າກ້ຽງ, ເອາະຫລາມ, ລະຄອນຕຸກກະຕາອີ່ປ໋ອກ, ຂັບທຸມຫລວງພະບາງ, ຟ້ອນນາງແກ້ວ ແລະ ຫັດຖະກໍາຕີເງິນ.
ພາບ: jolygram.comທ່ານ ແສງທອງ ລືຢ່າງ ຮອງຫົວໜ້າຫ້ອງການມໍລະດົກໂລກຫລວງພະບາງ ໄດ້ລາຍງານຕໍ່ກອງປະຊຸມ ຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ຄັ້ງທີ 9 ເມື່ອທ້າຍອາທິດຜ່ານມານີ້ ທີ່ນະຄອນຫລວງວຽງຈັນວ່າ ໃນໄລຍະຜ່ານມາ ທາງຫ້ອງການມໍລະ ດົກໂລກຫລວງພະບາງ ກໍໄດ້ລົງໂຄສະນາໃຫ້ຄວາມຮູ້ແກ່ປະຊາຊົນເຂົ້າໃຈ ກ່ຽວກັບການປົກປັກຮັກສາ ແລະ ຄຸ້ມຄອງ ມໍລະດົກໂລກ, ຄຸ້ມຄອງການປຸກສ້າງ ແລະ ປະຕິສັງຂອນບັນດາເຮືອນເກົ່າແກ່ທີ່ຂຶ້ນບັນຊີເປັນມໍລະດົກໂລກຕ່າງໆໄດ້ ຢ່າງຕັ້ງໜ້າ.
ພ້ອມໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ກ່ຽວກັບການກໍ່ສ້າງຕາຝັ່ງເຈື່ອນອ້ອມຕົວເມືອງຫລວງ, ເຊິ່ງມັນມີຄວາມຈຳເປັນຫລາຍທີ່ສຸດ ເພາະໃນລະດູຝົນປີ 2016 ຜ່ານມາໄດ້ເກີດນ້ຳຖ້ວມເຮັດໃຫ້ເກີດການເຊາະເຈື່ອນ ຢູ່ຈຸດບ້ານຄີລີ ແລະ ບ້ານຊຽງທອງ, ເຊິ່ງອາດເຮັດໃຫ້ບາງເຂດທີ່ຢູ່ລຽບຕາມແຄມ ນ້ຳຄານເສຍຫາຍ.
ໃນປີ 2019 ຜ່ານມາ ຫລວງພະບາງ ກໍກະກຽມສະເຫລີມສະຫລອງມໍລະ ດົກໂລກ ຫລວງພະບາງຄົບຮອບ 25 ປີ, ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທຸກກິດຈະກໍາແມ່ນຖືກໂຈະ.
12 ວັດທະນະທຳທີ່ຫລວງພະບາງສະເໜີເຂົ້າເປັນມໍລະດົກຂັ້ນທ້ອງຖິ່ນຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์