ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນ ອ້ອມຂ້າງ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງໃນວັນທີ 9 ກັນຍາ 2020, ໂດຍທ່ານ ເນັ້ນໜັກໃຫ້ເອົາໃຈໃສ່ພັດທະນາ ພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາວັດທະນະທຳ ໃຫ້ມີຄວາມຍືນຍົງ ແລະ ໄດ້ຮັບການພັດທະນາຂຶ້ນໄປຕືມອີກ.
ເພື່ອໃຫ້ ແຂວງຫລວງພະບາງເປັນບ່ອນທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ອງທ່ຽວໃຫ້ຫລາຍຂຶ້ນ, ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ໄດ້ລາຍງານໃຫ້ຮູ້ບາງຕອນວ່າ: ໃນໄລຍະຜ່ານມາ ພະແນກ ຖວທ ແຂວງຫລວງພະບາງ ໄດ້ເອົາໃຈໃສ່ອານຸລັກ, ປົກປັກຮັກສາ, ຟື້ນຟູ ແລະ ຂະຫຍາຍວັດທະນະທໍາ ໃຫ້ມີລັກສະນະຊາດ, ລັກສະນະປະຊາຊົນ ແລະ ລັກສະນະກ້າວໜ້າທາງດ້ານວັດຖຸ ແລະ ຈິດໃຈ, ໂດຍໄດ້ສຸມໃສ່ຄຸ້ມຄອງປົກປັກຮັກສາມໍລະດົກໂລກ ໃຫ້ຍືນຍົງຄົງຄຸນຄ່າທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ, ຮັກສາມູນເຊື້ອທີ່ເປັນເອກະລັກ ເສີມຂະຫຍາຍພູມປັນຍາທ້ອງຖິ່ນສົ່ງເສີມຮີດຄອງປະເພນີ ແລະ ອື່ນໆ.
ພາບ: targetlaos.com
ສຳລັບວຽກງານການທ່ອງທ່ຽວ ພະແນກ ຖວທ ແຂວງຫລວງພະບາງ ຈະສ້າງຫລວງພະບາງ ໃຫ້ກາຍເປັນອຸດສາຫະກຳການທ່ອງທ່ຽວທີ່ຍືນຍົງ, ທັນສະໄໝ ແລະ ມີຄຸນນະພາບ,
ພ້ອມນັ້ນ, ຍັງໄດ້ສະເໜີ ໃຫ້ທ່ານລັດຖະມົນຕີ ກໍຄື ກະຊວງ ຖວທ ໃຫ້ຊ່ວຍດ້ານທຶນຮອນ ຍົກລະດັບຄວາມຮູ້-ຄວາມສາມາດ ໃຫ້ພະນັກງານຂົງເຂດ ຖວທ ຂອງແຂວງຫລວງພະບາງ ໃນການຝຶກອົບຮົມ ແລະ ການສຶກສາໄລຍະສັ້ນ, ກາງ ແລະ ໄລຍະຍາວ, ຊ່ວຍຕົວເລກລັດຖະກອນເຂົ້າໃນຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມໃຫ້ຊ່ວຍດ້ານພາຫະນະ ແລະ ອຸປະກອນເຕັກນິກ ຮັບໃຊ້ວຽກງານວິຊາສະເພາະຂອງ ຖວທ ໃນໂອກາດດຽວກັນນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ພະແນກ ຖວທ ແຂວງຫລວງພະບາງ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງດ້ານການທ່ອງທ່ຽວ.
ການພັດທະນາທ່ອງທ່ຽວຫລວງພະບາງຕ້ອງຕິດພັນກັບວັດທະນະທຳລາວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.