ຫຼວງພະບາງ ເປັນໜຶ່ງໃນບັນດາແຂວງ ພາກເໜືອລາວ ທີ່ເຕັມໄປ ດ້ວຍຊັບພະຍາກອນທໍາມະ ຊາດ ,ຫ້ວຍນໍ້າລໍາທານ ແລະ ພູຜາທີ່ສູງຊັນສະລັບສັບ ຊ້ອນເປັນຖັ້ນເປັນແຖວກັນ ໄປທີ່ປົກຄຸມຫຸ້ມ ໄປດ້ວຍ ປ່າໄມ້ອັນດົກໜາ ແລະ ຂຽວ ງາມຕະຫຼອດປີ ແລະ ມີບ້ານເຮືອນທີ່ຍັງຮັກສາເອກະລັກຄວາມເກົ່າແກ່ຂອງເມືອງສະໄໝກ່ອນທີ່ຍັງຫລົງເຫລືອຢູ່.
ພາບ: laophattananews.com
ແຂວງ ຫຼວງພະບາງ ມີເນື້ອທີ່ປະ ມານ18.000 ກິໂລຕາແມັດ, ມີພົນລະເມືອງທັງໝົດ 4 ແສນກວ່າຄົນ, ປະກອບດ້ວຍ12 ເມືອງຄື:
ນະຄອນຫຼວງ ພະບາງ, ເມືອງຊຽງເງິນ, ນານ, ປາກອູ, ນໍ້າບາກ, ງອຍ, ປາກແຊງ, ໂພນໄຊ, ຈອມເພັດ, ວຽງຄໍາ, ໂພນ ທອງ ແລະ ເມືອງພູຄູນ.
ແຂວງຫຼວງພະບາງ ເຕັມໄປ ດ້ວຍສະຖານທີ່ທ່ອງທ່ຽວ ທາງດ້ານທໍາມະຊາດ, ປະ ຫວັດສາດ, ວັດທະນະທໍາ ອັນດີງາມ ແລະ ວິຖີດໍາລົງ ຊີວິດແບບດັ້ງເດີມຂອງ ຊາວ ເມືອງ ເປັນຕົ້ນ:
ວັດຊຽງ ທອງ, ວັດວິຊຸນ, ຫໍພິພິທະພັນ ຫຼວງພະບາງ(ພະຣາຊະວັງເກົ່າ), ພະທາດພູສີ, ວັດໃໝ່, ວັດທາດຫຼວງວັດແສນ, ວັດ ຊຽງແມນ,
ວັດໂພນເພົາ, ຕະຫຼາດກາງຄືນ, ຕະຫຼາດ ເຊົ້າ, ຕະຫຼາດໂພສີ, ສູນວາງ ສະແດງຊົນເຜົ່າວິທະຍາ, ສູນ ຫັດຖະກໍາ(ອອກພົບຕົກ),
ສະໜາມກອບຫຼວງພະບາງ, ບ້ານຜານົມ,ບ້ານຈ່ານ, ບ້ານ ຊ່າງໄຫ, ຖໍ້າຕິ່ງ (ປາກອູ), ຕາດກວາງຊີ, ແຄ້ມຊ້າງ, ຕາດແສ້, ໜອງຂຽວ- ເມືອງ ງອຍເກົ່າ……….
ແຂວງ ຫຼວງພະບາງເຄີຍເປັນນະ ຄອນຫຼວງຂອງລາວໃນອະດີດມາແລ້ວ, ເປັນແຂວງທີ່ ມີຈຸດພິເສດແຕກຕ່າງຈາກ ແຂວງອື່ນໆ ເຊິ່ງອຸດົມສົມ ບູນ ແລະ ຮັ່ງມີໄປດ້ວຍວັດ ວາອາຮາມປູສະນິຍະສະ ຖານ, ວັດຖຸບູຮານ ແລະ ສະ ຖາປັດຕະຍະກໍາອັນເກົ່າແກ່ ຈົນກາຍເປັນຄັງສາງທີ່ມີ ຄວາມສໍາຄັນໃນການເກັບ ມ້ຽນ ແລະ ປົກປັກຮັກສາ ວັດຖຸສິ່ງຂອງເຫຼົ່ານັ້ນໄວ້ ເຊິ່ງລວມທັງວັດທະນະທໍາ, ຮີດຄອງປະເພນີ ແລະ ແບບ ແຜນດໍາລົງຊີວິດກໍຍັງຄົງ ຮັກສາໄວ້ເປັນຢ່າງດີຈຶ່ງ ເຮັດໃຫ້ແຂວງຫຼວງພະບາງໄດ້ຖືກຮັບຮອງໃຫ້ເປັນ ເມືອງມໍລະດົກໂລກໂດຍ ອົງການຢູເນສໂກນັບແຕ່ປີ 1995 ເປັນຕົ້ນມາ. ເພາະ ສະນັ້ນ, ໃນໂອກາດງານ ບຸນ ສໍາຄັນຕ່າງໆຂອງຊາດບັນ ດາທ່ານກໍຄວນມີການວາງແຜນໄວ້ ເພື່ອຈະໄດ້ພາຄອບ ຄົວ ແລະ ໝູ່ເພື່ອນໄປທ່ຽວ ຊົມດິນແດນເມືອງມໍລະດົກ ໂລກແຫ່ງນີ້ ເພື່ອໄປເປີດຫູ ເປີດຕາໃຫ້ຫາຍຈາກຄວາມ ເຄັ່ງຕຶງພ້ອມທັງໄດ້ຊິມລົດ ຊາດອາຫານພື້ນເມືອງ ແຊບໆ ອັນເປັນເອກະລັກ ສະເພາະຂອງ ແຂວງຫຼວງ ພະບາງທີ່ມີຊື່ສຽງດົງດັງ ເຊັ່ນ: ເອາະຫຼາມ, ແຈ່ວ ບອງ, ໄຄແຜ່ນ ແລະ ໄສ້ອົ່ວ ແຊບໆ ນໍາອີກ ເຊິ່ງທັງໝົດ ເຫຼົ່ານີ້ໄດ້ກາຍເປັນມົນສະ ເໜ່ ດຶງດູດຈິດໃຈບັນດານັກ ທ່ອງທ່ຽວທີ່ມາທ່ຽວຊົມ ໄດ້ຕິດອົກຕິດໃຈ ແລະ ຫຼົງ ໄຫຼໄຝ່ຝັນຢາກຈະຫວນ ຄືນມາຫາຫຼວງພະບາງອີກ ຄັ້ງ. ດັ່ງມີຄໍາຂວັນປະຈໍາ ຂອງ ແຂວງທີ່ມີເນື້ອໃນວ່າ: ຫຼວງພະບາງເມືອງງາມ ອາ ຮາມຮຸ່ງເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເມືອງ ກ້ຽວ ຄໍາຫວານ ຕໍານານ ເມືອງຂັບທຸ້ມງາມພູຕັ້ງກາງ ເມືອງ ເລືອງລືວັດທະນະທໍາ ເອາະຫຼາມໃສ່ສະຄານງາມ ຊ່ວງເຮືອເດືອນເກົ້າວັດ ເກົ່າແກ່ມາກມີ ຕາດກວາງ ຊີ, ຖໍ້າຕິ່ງເປັນມິ່ງເມືອງມໍລະດົກໂລກ.
ເບິ່ງລາຍລະອຽດໄດ້ທີ່: ຫລວງພະບາງ ເມືອງມໍລະດົກໂລກທີ່ໜ້າທ່ຽວຊົມ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido