ການສະກົດຄຳ ໄວຍາກອນ ແລະ ໄວຍະກອນ ເຫັນຫລາຍໆຄົນຍັງສະກົດຜິດກັນຢູ່, ແຕ່ຖ້າຈະໃຫ້ຖືກແລ້ວຕ້ອງສະກົດແບບນີ້ ໄວຍາກອນ ເປັນການສະກົດຖືກ ແລະ ການສະກົດ ໄວຍະກອນ ເປັນການສະກົດຜິດ.
#ໄວຍາກອນ ມີເຄົ້າມາຈາກປາລີ-ສັນສະກິດວ່າ ວฺຍາກຣນ ແປວ່າ ລະບຽບຫຼັກການຂອງພາສາ.
ໃນວັດຈະນານຸກົມ ສະບັບສະຖາບັນຄົ້ນຄວ້າຯ2012:862 ອະທິບາຍວ່າ: ລະບຽບການພາຍໃນຂອງພາສາ ເຊິ່ງປະກອບຂຶ້ນດ້ວຍກົດເກນທີ່ສຳພັນກັນຢ່າງແໜ້ນ ໃຫ້ຜູ້ໃຊ້ຕ້ອງປະຕິບັດຕາມໃນເວລາໃຊ້ຕິດຕໍ່ສື່ສານ ດ້ວຍການເວົ້າ ຫຼື ຂຽນ ພາສາອັງກິດໃຊ້ຄຳວ່າ “Grammar”.
#ໄວຍາກອນລາວ ແບ່ງອອກເປັນ 4 ພາກ ຄື: ອັກຂະຫຼະວິທີ, ວະຈີວິພາກ, ວາກະຍະສຳພັນ ແລະສັນທະລັກສະນະ (ສັນທະກະວີ).
1. ອັກຂະຫຼະວິທີ ໝາຍເຖິງຫຼັກການກ່ຽວກັບອັກສອນ ເຊັ່ນ: ພະຍັນຊະນະ, ສະຫຼະ ແລະວັນນະຍຸດ. ການປະກອບ ພະຍັນຊະນະ, ສະຫຼະ ແລະວັນນະຍຸດ ໃຫ້ເປັນສຽງ ເອີ້ນວ່າ #ພະຍາງ, ສຽງຂອງພະຍາງທີ່ມີຄວາມໝາຍ ເອີ້ນວ່າ #ຄຳ.
2. ວະຈີວິພາກ ໝາຍເຖິງຫຼັກການກ່ຽວກັບຄຳ ເຊັ່ນ: ຊະນິດຄຳ ແລະປະເພດຄຳ.
-ຊະນິດມີ 2 ຄື ຄຳເຄົ້າ ແລະຄຳປະສົມ. ຄຳເຄົ້່າມີ ເຄົ້າລາວເດີມ ແລະເຄົ້າມາຈາກພາສາອື່ນ. ຄຳປະສົມ ມີປະສົມລາວເດີມແລະລາວເດີມປະສົມກັບມາຈາກພາສາອື່ນ. ປະສົມລາວລາວເດີມມີ ຄຳປະສົມແບບຊ້ອນ-ປະສົມແບບຊໍ້າ. ຄຳປະສົມໃນພາສາປາລີ-ສັນສະກິດເອີ້ນວ່າ ສະໝາດ ແລະສົນທິ.
ການສະກົດຄຳ ແລະ ຫລັກການຂອງ “ໄວຍາກອນ” ພາສາລາວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido