ໃນພາວະຂອງພະຍາດລະບາດແບບນີ້, ລາວເຮົາກໍໄດ້ມີການສົ່ງເສີມໃຫ້ມີການພັດທະນາແຫລ່ງທ່ອງທ່ຽວພາຍໃນເຊິງປະເທດລາວມີພື້ນຖານທາງດ້ານທຳມະຊາດອັນສວຍງາມຫລາຍບ່ອນຢູ່ແລ້ວ ແລະ ອີກໜຶ່ງສະຖານທີ່ທີ່ໜ້າທ່ຽວຊົມໃນເຂດແຂວງບໍລິຄຳໄຊທີ່ເໜາະສົມກັບການພັກຜ່ອນ ທັງມີຄວາມສວຍງາມນັ້ນກໍຄື ຫາດຄູນ ຕັ້ງຢູ່ແຄມນ້ຳຊັນ ບ້ານໂພນມຸງຄູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ບໍ່ພຽງແຕ່ນັກທ່ອງທ່ຽວພາຍໃນແຂວງເທົ່ານັ້ນ, ນັກທ່ອງທ່ຽວຈາກເຂດອື່ນໆສາມາດມາພັດຜ່ອນໄດ້, ທີ່ນີ້ສາມາດ ອາບນ້ຳ-ຫຼິ້ນນ້ຳແບບເຢັນໆຜ່ອນຄາຍຄວາມຮ້ອນໄດ້ ການໄປສຳຜັດກັບບັນຍາກາດຕົວຈິງ ກໍຕ້ອງໃຫ້ປະຕິບັດຕາມມາດຕະການຕ່າງໆຢ່າງເຂັ້ມງວດ ເພາະວ່າໄລຍະນີ້ ຍັງຢູ່ໃນການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ເມື່ອໃດການລະບາດຂອງ COVID-19 ໝົດໄປຈາກປະເທດຂອງພວກເຮົາແລ້ວ ຈຶ່ງຄ່ອຍໄປພັກຜ່ອນຢ່ອນໃຈແກ້ເມື່ອຍຄາຍຮ້ອນໃນສະຖານທີ່ແຫ່ງນີ້.
ມາຮູ້ຈັກກັບຫາດຄູນ ແລະ ຊົມພາບຄວາມສວຍງາມຂອງທຳມະຊາດແຫ່ງນີ້, ຫາດຄູນ ຕັ້ງຢູ່ແຄມນ້ຳຊັນ ບ້ານໂພນມຸງຄູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເຊິ່ງທ່ານສາມາດເດີນທາງດ້ວຍລົດເຂົ້າເຖິງສະຖານທີ່ທ່ອງທ່ຽວໄດ້ເລີຍ ຫາດຄູນເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ທີ່ໄດ້ຮັບການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວຂວັນໃຈຂອງຊາວເມືອງບໍລິຄັນ ກໍຄື ແຂກຕ່າງດ້າວທ້າວຕ່າງແດນທີ່ມາທ່ຽວຊົມ ເຊິ່ງເປັນສະຖານທີ່ຖືກປະດິດສ້າງໂດຍທຳມະຊາດ ສ້າງສິ່ງເອື້ອອຳນວຍຫຼາຍປະການໃຫ້ແກ່ການພັກຜ່ອນຢ່ອນອາລົມ ດ້ວຍການຊົມທິວທັດທີ່ສວຍງາມ ບັນຍາກາດຍາມແລງທີ່ເຢັນສະບາຍ ການບໍລິການດ້ວຍໃຈ ແລະ ເປັນກັນເອງຂອງຜູ້ປະກອບການ.
ທຳມະຊາດ ຫາດຄູນເປັນສະຖານທີ່ພັກຜ່ອນໜຶ່ງຂອງບໍລິຄຳໄຊ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo