09 May
09May

ແຫລ່ງທ່ອງທຽວທຳມະຊາດຫາດດອນກາງ

ສປປ ລາວ ມີແຫລ່ງທ່ອງທຽວຫລາຍ ແລະ ສ່ວນໃຫຍ່ແມ່ນແຫລ່ງທ່ອງທ່ຽວທາງທຳມະຊາດ ທັງ ຫ້ວຍນໍ້າລຳເຊ, ພູຜາປ່າດົງ ແລະເຫວຖໍ້າ ຢູ່ປະເທດລາວ ເຮົາ ຕັ້ງແຕ່ເໜືອຕະຫລອດໃຕ້ນັບວ່າມີຈຳນວນຫຼວງ ຫຼາຍ ເຊິ່ງລ້ວນແຕ່ມີຄວາມ ສວຍສົດງົດງາມ ແລະ ໜ້າທ່ຽວຊົມ.

ພາບ: laophattananews.com

ແຕ່ຖ້າເວົ້າເຖິງ ຄວາມເປັນທຳມະຊາດທາງດ້ານສາຍນໍ້າ ແລະ ເໝາະແກ່ການລ່ອງເຮືອ-ແພຊົມຜາສູງ ແລະ ແກ້ງຕາດຕາມສອງຟາກຝັ່ງໃນວັນພັກ ຜ່ອນຂອງຊາວເມືອງແບບຊຸມເຮົາເຈົ້າຂ້ອຍ ຂໍແນະນຳ ແຫລ່ງທ່ອງທ່ຽວ “ຫາດ ດອນກາງ” ເມືອງເຟືອງ ແຂວງວຽງຈັນ ເຊິ່ງເປັນສະຖານທີ່ທີ່ພວມໄດ້ຮັບຄວາມ ນິຍົມຈາກນັກທ່ອງທ່ຽວຫຼາຍຂຶ້ນ.

ແຫລ່ງທ່ອງທ່ຽວຫາດດອນກາງ ແມ່ນຫາດຊາຍສາຍນໍ້າລີກທີ່ຕັ້ງຢູ່ຫ່າງຈາກ ເທສະບານເມືອງ ປະມານ 3 ກິໂລແມັດ ແລະ ຫ່າງຈາກ ນະຄອນຫຼວງວຽງຈັນປະມານ 122 ກິໂລແມັດໄປ ຕາມເສັ້ນທາງເລກ 13 ເໜືອ ແລ້ວລ້ຽວຊ້າຍເຂົ້າ ທາງແຍກເມືອງຫີນເຫີບ ດ້ວຍຫົນທາງທີ່ສະດວກ ສະບາຍຈົນເຖິງສະຖານທີ່ ທ່ອງທ່ຽວ.

ພາບ: laophattananews.com 

ແຫລ່ງທ່ອງທຽວທຳມະຊາດຫາດດອນກາງ ເມືອງເຟືອງ

ທ່ານ ວັນນາ ແສງພະ ຈັນ ຜູ້ຈັດການບໍລິການແຫຼ່ງ ທ່ອງທ່ຽວດັ່ງກ່າວໃຫ້ຮູ້ວ່າ: ແຫລ່ງທ່ອງທ່ຽວຫາດດອນກາງ ໃນເມື່ອກ່ອນຍັງບໍ່ມີ ຄວາມຟົດຟື້ນ ແຕ່ພາຍຫຼັງໄດ້ເລີ່ມພັດທະນາ ແລະ ເປີດໃຫ້ບໍລິການຕັ້ງແຕ່ປີ 2018 ເປັນຕົ້ນມານັບວ່າໄດ້ຮັບ ຄວາມສົນໃຈຫຼາຍຂຶ້ນ ເພາະ ວ່າເປັນການພັດທະນາແບບມີສ່ວນຮ່ວມ ແລະ ຍັງຄົງ ຮັກສາຄວາມສົມບູນທາງ ທຳມະຊາດໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู:    https://doodido.com/

UFABET:    https://www.ufabet369.net/ufabet/

แทงบอล:    https://www.ufabet369.net/

ดูบอล:    https://zonedooball.com/

ดูหนัง HD:    https://moviesdoofree.com/

Comments
* The email will not be published on the website.
I BUILT MY SITE FOR FREE USING