ກະຊວງການເງິນແຈ້ງຊ່ອງທາງແຈ້ງອາກອນດ້ວຍຕົນເອງຜ່ານອອນລາຍ
ປະຈຸບັນໃນຍຸກເທັກໂນໂລຍີທີ່ທັນສະໄໝ ຫລາຍໆຢ່າງສາມາດຈັດການດ້ວຍໂປຣແກຣມ, ແອບ ຄອມພິວເຕີ້ ແລະ ໂທລະສັບມືຖື ແລະ ຫລາຍໆປະເທດ ຫລື ປະເທດທີ່ມີຄວາມຈະເລີນທັນສະໄໝເຂົາກ້າວມາຮອດຈຸດນີ້ໄດ້ໄລຍະເວລາໜືງແລ້ວ, ເພາະການມີເທັກໂນໂລຍີໃໝ່ໆແບບນີ້ມາໃຊ້ເຮັດໃຫ້ປະຫຍັດເວລາ ແລະ ປ້ອງກັນການຄໍລັບຊັນໄດ້ລະດັບໜືງ.
ສະນັ້ນເພື່ອສ້າງຄວາມສະດວກໃນການແຈ້ງມອບອາກອນ ໃຫ້ວິສາຫະກິດ ສ່ວນບຸກຄົນ, ນິຕິບຸກຄົນ ທີ່ຂຶ້ນກັບກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ, ເມືອງ ແລະ ນະຄອນ ທີ່ໄດ້ນໍາໃຊ້ລະບົບ Taxris ບໍ່ໃຫ້ມາແຈ້ງມອບອາກອນຢູ່ປ່ອງບໍລິການຮັບແຈ້ງອາກອນ, ພ້ອມທັງເປັນການສະກັດກັ້ນສະພາບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄວິດ-19 ໃນ ສປປ ລາວ ບໍ່ໃຫ້ຂະຫຍາຍໄປເປັນວົງກວ້າງ. ດັ່ງນັ້ນ, ກົມສ່ວຍສາອາກອນ, ກະຊວງການເງິນ ຈຶ່ງແຈ້ງມອບອາກອນດ້ວຍຕົນເອງ ຜ່ານລະບົບອອນລາຍ.
 |
ພາບ: laoedaily.com.la ພາບປະກອບຂ່າວເທົ່ານັ້ນ |
ອີງຕາມແຈ້ງການຂອງ ກົມສ່ວຍສາອາກອນ, ກະຊວງການເງິນ ສະບັບເລກທີ 0957/ກສອ ລົງວັນທີ 27 ມີນາ 2020 ເລື່ອງການບໍລິການແຈ້ງມອບອາກອນດ້ວຍຕົວເອງ ຜ່ານລະບົບ online ດັ່ງນີ້:
1 ການແຈ້ງອາກອນສາມາດແຈ້ງເອງ ໂດຍບໍ່ຜ່ານປ່ອງບໍລິການຂອງສ່ວຍສາອາກອນດ້ວຍ 2 ວິທີຄື: ກໍລະນີ ໄດ້ສະໝັກນໍາໃຊ້ການແຈ້ງດ້ວຍຕົນເອງແລ້ວ ໂດຍແຈ້ງຜ່ານ: taxservice.mof.gov.la ໄດ້ເລີຍ; ກໍລະນີ ຍັງບໍ່ໄດ້ສະໝັກຂໍນໍາໃຊ້ການແຈ້ງດ້ວຍຕົນເອງ ແຕ່ມີຈຸດປະສົງຢາກແຈ້ງອາກອນ ສາມາດຕິດຕໍ່ພະນັກງານ ປະຈໍາຢູ່ຈຸດບໍລິການ ບ່ອນທີ່ວິສາຫະກິດຂຶ້ນກັບ ຜ່ານເບີໂທ ແລະ whatapp
ຫຼັງຈາກນັ້ນ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: ວິສາຫະກິດ ສ່ວນບຸກຄົນ, ນິຕິບຸກຄົນ ໃຫ້ປະສານຫາພະນັກງານສ່ວຍສາອາກອນ ແລະ ສົ່ງເອກະສານການເເຈ້ງອາກອນຜ່ານ Messenger, whatsapp ຫລື E-mail ໃຫ້ພະນັກງານສ່ວຍສາອາກອນ ພ້ອມລາຍລະອຽດ ເປັນຟາຍເອກະສານ (ໃຫ້ປະຕິບັດ ຄືກັນກັບມາຢື່ນຢູ່ປ່ອງບໍລິການສ່ວຍສາອາກອນ); ພະນັກງານສ່ວຍສາອາກອນ ຈະກວດເອກະສານ ແລະອອກໃບແຈ້ງທີ່ມີບາໂຄດ ແລ້ວສົ່ງກັບຄຶນໃຫ້ວິສາຫະກິດ ເພື່ອໄປຊໍາລະອາກອນຜ່ານທະນາຄານ ແລະຊ່ອງທາງການຊໍາລະ ທີ່ໄດ້ລະບຸໄວ້ ໃນຂໍ້ທີ 2 ຂອງແຈ້ງການ.
2 ການຊໍາລະອາກອນ ໃນປັດຈຸບັນສາມາດຊໍາລະຜ່ານ 5 ທະນາຄານຄື:
ເບິ່ງລາຍລະອຽດເພີ່ມໄດ້ທີ່:
ຫຼີກລ່ຽງການແອອັດ ກະຊວງແຈ້ງຊ່ອງທາງແຈ້ງອາກອນຜ່ານອອນລາຍຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido