ຂໍ້ມູນຈາກໜັງສືພິມວຽງຈັນໃໝ່ໃຫ້ຮູ້ວ່າ: ຄອບຄົວຂອງ ລຸງ ບຸນທ່ຽງ ມວນມະນີ ອາຍຸ 54 ປີ ປະຊາຊົນບ້ານສະແມດໃຫຍ່ ເມືອງໄຊສະຖານ ແຂວງໄຊຍະບູລີ ທີ່ໄດ້ຫັນອາຊີບໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ຫັນຈາກການຜະລິດແບບກະແຈກກະຈາຍ ມາສູ່ ການຜະລິດແບບເປັນກຸ່ມ ດ້ວຍການປູກຊາກເປັນອາຊີບຫຼັກເຮັດໃຫ້ຊີວິດການເປັນຢູ່ໃນຄອບຄົວນັບມື້ດີຂຶ້ນເປັນກ້າວໆ.
ພາບ: vientianemai.net.
ລຸງ ບຸນທ່ຽງ ກ່າວວ່າ: ກ່ອນປີ 2009 ຄອບຄົວຂອງເພິ່ນເອງໄດ້ຖືອາຊີບເຮັດໄຮ່ ປູກເຂົ້າເລື່ອນລອຍ ແລະ ຖືເອົາການປູກຊາເປັນອາຊີບສຳຮອງ ໃນໄລຍະນັ້ນພໍຮອດລະດູຜະລິດເຂົ້າກໍໄດ້ພາກັນໄປຖາງປ່າເຮັດໄຮ່ປູກເຂົ້າປະມານ 2-3 ເຮັກຕາ ປີໃດຟ້າຝົນອຳນວຍຜົນຜະລິດກໍໄດ້ຫຼາຍກຸ້ມກິນ ປີໃດຟ້າຝົນບໍ່ອຳນວຍສັດຕູພືດທຳລາຍຜົນຜະລິດກໍຕ່ຳ ເຮັດໃຫ້ຂາດເຂົ້າກິນເປັນເວລາ 2-3 ເດືອນຕໍ່ປີ ດັ່ງ ນັ້ນ ຈຶ່ງເຂົ້າປ່າເພື່ອຊອກຫາເຄື່ອງປ່າຂອງດົງຕາມທຳມະຊາດໄປຂາຍ ແລ້ວຊື້ເຂົ້າມາກິນ ເພື່ອລ້ຽງຄອບຄົວ ແຕ່ຊີວິດຄອບຄົວເວລານັ້ນກໍຍັງຝືດເຄືອງ ເຮືອນຢູ່ບໍ່ຖາວອນ ພາຫະນະຮັບໃຊ້ກໍບໍ່ມີ ເວລາເຈັບເປັນກໍບໍ່ມີເງິນໄປປິ່ນປົວ.
ຮອດທ້າຍປີ 2009 ເມືອງໄຊສະຖານ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ພັກ ແລະ ລັດ ໄດ້ມີນະໂຍບາຍຈັດສັນອາຊີບຄົງທີ່ ແລະ ໝັ້ນທ່ຽງໃຫ້ກໍ່ປະຊາຊົນ ຫັນເອົາການປູກ ການລ້ຽງແບບ ທຳມະຊາດກະແຈກກະຈາຍ ຫັນມາລ້ຽງແບບເປັນກຸ່ມ ຕິດພັນກັບການບໍລິການດ້ານເຕັກນິກ ແລະ ສິນເຊື່ອທະນາຄານ ຍ້ອນເຫັນໄດ້ແນວນັ້ນລຸງຈຶ່ງໄດ້ປຶກສາຫາລືກັບຄອບຄົວ ຈຶ່ງຕົກລົງກັນປ່ຽນອາຊີບຈາກການເຮັດໄຮ່ປູກເຂົ້າແບບເລື່ອນລອຍ ມາປູກຊາເປັນອາຊີບຫຼັກ ເພາະຊາສະແມດໃຫຍ່ເປັນຊາທີ່ໄດ້ມາດຖານ ເປັນທີ່ຕ້ອງການຂອງຜູ້ບໍລິໂພກ ມີຕະຫຼາດຮອງຮັບຈາກພາຍໃນ ແລະ ຕ່າງປະເທດ ປູກເທົ່າໃດກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ.
ປັດຈຸບັນມີເນື້ອທີ່ສວນຊາທັງໝົດ 6 ເຮັກຕາ ໂດຍອາໃສແຮງງານພາຍໃນຄອບຄົບທຳການຜະລິດປີໜຶ່ງສາມາດສ້າງລາຍຮັບຈາກການຂາຍຊາໄດ້ 78 ລ້ານກີບ ນອກຈາກການປູກຊາແລ້ວ ຄອບ ຄົວຂອງເພິ່ນຍັງໄດ້ລ້ຽງສັດ ຫາເຄື່ອງປ່າຂອງດົງ ແລະ ຂາຍ ເຄື່ອງຍ່ອຍປີໜຶ່ງໄດ້ 20 ລ້ານກີບ ສັງລວມແລ້ວປີໜຶ່ງສາມາດສ້າງລາຍຮັບເຂົ້າໃນຄອບຄົວໄດ້ທັງໝົດ 98 ລ້ານກີບ ສະເລ່ຍໃສ່ຫົວຄົນໜຶ່ງພາຍໃນຄອບຄົວໄດ້ 12 ລ້ານກວ່າກີບຕໍ່ຄົນຕໍ່ປີ ຈາກຜົນທີ່ໄດ້ຮັບຂ້າງເທິງນັ້ນ ທຽບໃສ່ເມື່ອກ່ອນເຮັດໃຫ້ຄອບຄົວຂອງລຸງດີຂຶ້ນຕາມລຳດັບ ສາມາດສ້າງເຮືອນຢູ່ຖາວອນມີເງິນສົ່ງລູກຫຼານຮຽນຕໍ່ ມີເງິນແຮໄວ້ໃຊ້ໃນຍາມຈຳເປັນ.
ເສດຖະກິດດີຂື້ນຫຼັງຈາກຫັນຈາກການຖາງປ່າເຮັດໄຮ່ມາປູກຊາໝ້ຽງຂາຍ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.