12 Jul
12Jul

ຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝປັບປຸງຊົວຄາວຊວງໂຄວິດ19ນີ້.

    ຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ຕັ້ງຢູ່ຖະໜົນໄກສອນ ພົມວິຫານ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຢູ່ໃກ້ກັບຄີວລົດເມສາຍໃຕ້ເກົ່າ ແລະ ເປີດບໍລິການທົດລອງເບື້ອງຕົ້ນ ແລະ ຍັງບໍ່ທັນໄດ້ເກັບຄ່າບໍລິການໃນບາງກຸ່ມນັກທ່ອງທ່ຽວເທື່ອ, ແຕ່ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ – 19 ຫໍພິພິທະພັນ ໄດ້ແຈ້ງພັກພະນັກງານ ປະມານ 70% ເພື່ອພັກຜ່ອນຊົ່ວຄາວຈົນຮອດເດືອນມິຖຸນາປີນີ້.

ພາບ: laoedaily.com.la 

    ຫໍພິພິທະພັນວຽງຈັນສິນລະປະຮ່ວມສະໄຫມ ພັກປັບປຸງຊົ່ວຄາວ ພ້ອມສຸມໃສ່ການບໍລິການ ອີງຕາມທິດຊີ້ນຳຂອງ ຂັ້ນເທິງກໍຄື ລັດຖະບານ ປະຕິບັດ ກັນຢ່າງເຂັ່ງຂັດ ໃນການຮ່ວມມື ຕ້ານ ພະຍາດຈຸລະໂລກປອດອັບເສບ Covid-19 ພ້ອມພຽງຮຽງຫນ້າກັນທົ່ວປະເທດ, ທ່ານ ພິຊິດ ໄຊຍະທິດ ປະທານຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ໃຫ້ສຳພາດໃນວັນທີ 16 ມີນາ 2020 ວ່າ:
ຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ເປັນຫໍພິພິທະພັນທີ່ປະກອບໄປດ້ວຍຮູບໄມ້ແກະສະຫຼັກຈຳນວນຫຼາຍທີ່ເຮັດຈາກຕໍໄມ້ຕ່າງໆ ໂດຍແກະສະຫຼັກຕາມຮີດຄອງປະເພນີ ແລະ ວັດທະນະທຳຂອງຄົນລາວ ລວມເຖິງວິຖີຊີວິດຂອງຄົນລາວມາແຕ່ດົນນານ ລວມເຖິງແກະສະຫຼັກຮູບຕາມວັດທະນະທຳ ແລະ ຄວາມເຊື່ອຖືຂອງຊາດ.
ໃນແຕ່ລະມື້ມີນັກທ່ອງທ່ຽວເຂົ້າມາ ປະມານ 300 – 500 ຄົນ ແຕ່ຫຼັງຈາກການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວຂອງຫໍພິພິທະພັນຫຼາຍພໍສົມຄວນ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ – 19 ຫໍພິພິທະພັນກໍໄດ້ພັກພະນັກງານ ປະມານ 70% ຂອງຈໍານວນພະນັກງານທັງໝົດ ມາຕັ້ງແຕ່ວັນທີ 24 ມັງກອນ 2020 ເປັນຕົ້ນມາ ແລະ ຄາດວ່າຈະເປີດບໍລິການອີກໃນເດືອນມິຖຸນາ 2020 ນີ້.
ເນື່ອງຈາກນັກທ່ອງທ່ຽວທີ່ມາທ່ຽວໃນຫໍພິພິທະພັນສ່ວນຫຼາຍແມ່ນນັກທ່ອງທ່ຽວຈີນ, ສ.ເກົາຫຼີ, ໄທ, ຫວຽດນາມ, ນັກທ່ອງທ່ຽວເອີຣົບ ແລະ ອື່ນໆ. ໃນນັ້ນ, ນັກທ່ອງທ່ຽວຈີນ ກວມປະມານ 70%, ຫຼັງຈາກທີ່ພະຍາດດັ່ງກ່າວໄດ້ລະບາດຂຶ້ນເຮັດໃຫ້ຫຼາຍສາຍການບິນຢຸດບິນ ສົ່ງຜົນໃຫ້ນັກທ່ອງທ່ຽວບໍ່ສາມາດເດີນທາງມາທ່ຽວໃນບັນດາປະເທດອ້ອມຂ້າງ ກໍຄືໃນ ສປປ ລາວ ເຮັດໃຫ້ນັກທ່ອງທ່ຽວທີ່ມາທ່ຽວໃນຫໍພິພິທະພັນເກືອບວ່າບໍ່ມີເລີຍ.
ລໍກ່ອນ! ຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ກຽມເປີດຫລັງໂຄວິດ.


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING