ຫຼວງພະບາງກະກຽມງານຮີດຄອງບຸນອອກພັນສາ – ບຸນໄຫຼເຮືອໄຟ.
ໃນບຸນອອກພັນສາທີ່ໃກ້ຈະມາເຖິງນີ້, ເພື່ອເປັນການສືບສານ ແລະ ປົກປັກຮັກສາວັດທະນະທຳ, ເສີມຂະຫຍາຍມູນເຊື້ອວັດທະນະທຳ-ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະ ເພາະຂອງຊາວຫຼວງພະບາງ ໃນການນ້ອມລະນຶກເຖິງຄຸນຂອງພະພຸດ, ພະທຳ ແລະ ພະສົງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນແສງໄຟທີ່ໄຕ້ບູຊາ, ເຊິ່ງໄດ້ກາຍເປັນວັດທະນະທຳທີ່ໄດ້ສືບທອດກັນມາຫລາຍຮຸ່ນຄົນ. ດັ່ງນັ້ນ, ນະຄອນຫຼວງພະບາງໄດ້ມີການກະກຽມໃນງານບູນຮີດຄອງປະເພນີອອກພັນສານີ້ເພື່ອກຽມຄວາມພ້ອມຕ່າງໆ, ແລະ ຄຽງຄູ່ໄປກັບການກັບການກຽມຄວາມພ້ອມກັບການປ້ອງກັນການການລະບາດຂອງພະຍາດໂຄວິດ-19, ເຊິງທາງຄະນະເພີນໄດ້ວາງແຜນຈັດຕັ້ງ ແລະ ກຳນົດໃນການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນບຸນໄຫຼເຮືອໄຟ ໃລະຫວ່າງ ວັນທີ 1- 3 ຕຸລາ 2020 ເຊິ່ງມີລາຍລະອຽດດັ່ງນີ້:
ພາບ: insidelaos.com ແຕ່ລະວັດທີ່ຢູ່ພາຍໃນເທດສະບານນະຄອນ ຫຼວງພະບາງ ເລີ້ມໄຕ້ໂຄມໄຟ (ໂຄມດາວ, ໂຄມບັ້ງ ແລະ ອື່ນໆ ທີ່ໄດ້ດ້ວຍທຽນໄຂ) ໃຫ້ມີຄວາມເປັນສິຣິມຸງຄຸນ, ຮຸ່ງເຮືອງເຫຼືອງເຫຼື້ອມ, ສະຫວ່າງສະໄຫວ ໃນລະຫວ່າງວັນທີ 1–4 ຕຸລາ 2020. ມື້ອອກໃໝ່14-15 ຄໍ່າ ເດືອນ 11 ພສ 2563 ກົງກັບ ວັນທີ 1-2 ຕຸລາ(10) 2020. ມື້ບຸນນະມັດສະການພະທາດຈອມສີ.ປະຊາຊົນຊາວພຸດທະສາສະນິກະຊົນສາມາດໄປຮ່ວມສິນກິນທານໄດ້ທີ່ພະທາດຈອມສີພະທາດສັກສິດ ມິ່ງບ້ານມິ່ງເມືອງ ຂອງຊາວຫຼວງພະບາງຕອນຄ່ຳເລີ້ມແຕ່ເວລາ18:30 ເປັນຕົ້ນໄປ ເຊີນທ່ຽວຊົມຄວາມສວຍງາມແສງ, ສິຂອງການໄຕ້ປະທີບ(ໂຄມໄຟ) ມື້ແຮມ 1 ຄ່ຳ ເດືອນ 11 ພສ 2563 ກົງກັບວັນເສົາ ວັນທີ 3 ຕຸລາ 2020
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์