05 Sep
05Sep

ຫຼວງພະບາງຕ້ອງການງົບປະມານໃນການບູລະນະອາຄານ, ວັດ ທີ່ຂຶ້ນບັນຊີເປັນມໍລະດົກໂລກ.

ຕາມການລາຍງານຂອງເວັບໄຊ ວຽງຈັນທາຍ ໃຫ້ຮູ້ວ່າ: ຫ້ອງການມໍລະດົກໂລກນະຄອນຫລວງພະບາງ ແຈ້ງວ່າການຄຸ້ມຄອງມໍລະດົກໂລກຫລວງພະບາງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍ ໂດຍສະເພາະແມ່ນ ອາຄານ, ວັດທີ່ໂດດເດັ່ນ ແລະ ເຮືອນເກົ່າແກ່ຈຳນວນໜຶ່ງ ທີ່ໄດ້ຂຶ້ນບັນຊີເປັນມໍລະດົກໂລກໄດ້ເປ່ເພ ແລະ ຊຸດໂຊມ ຍ້ອນເຈົ້າຂອງເຮືອນ ແລະ ພາກສ່ວນທີ່ກ່ຽວຂ້ອງຂາດເຂີນງົບປະມານໃນການບູລະນະສ້ອມແປງ.
ພາບ: targetlaos.com
ນອກຈາກນີ້, ເຂດສະຫງວນ ທີ່ນອນໃນເຂດປ້ອງກັນມໍລະດົກບາງຈຸດຖືກບຸກລຸກ ແລະ ໜອງນໍ້າທີ່ຂຶ້ນບັນຊີມໍລະດົກໂລກ ຈໍານວນໜຶ່ງຂາດການບົວລະບັດຮັກສາເຮັດໃຫ້ໜອງຈໍານວນໜຶ່ງຖືກຖົມ ແລະ ຈຳນວນໜຶ່ງຖືກປະປ່ອຍ.
ທ່ານ ແສງທອງ ລືຢ່າງ ຮອງຫົວໜ້າຫ້ອງການມໍລະດົກໂລກ ນະຄອນຫຼວງພະບາງ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ທາງພາກສ່ວນທີ່ກ່ຽວຂ້ອງຈະຈັດກອງປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບການຈັດເກັບລາຍຮັບເຂົ້າໃສ່ກອງທຶນ ເພື່ອບູລະນະ ບັນດາອາຄານ, ວັດ ແລະ ເຮືອນເກົ່າແກ່ທີ່ຂຶ້ນບັນຊີເປັນມໍລະດົກໂລກ.
ນອກນັ້ນຈະສືບຕໍ່ສຶກສາອົບຮົມ ແລະ ໂຄສະນາ ກ່ຽວກັບວຽກງານມໍລະດົກໂລກໃຫ້ແກ່ປະຊາຊົນ, ພະສົງ ແລະ ພະແນກການອ້ອມຂ້າງແຂວງ, ຈະສືບຕໍ່ຄຸ້ມຄອງການປຸກສ້າງສ້ອມແປງ ໃຫ້ສອດຄ່ອງຕາມລະບຽບການ, ພ້ອມທັງສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງເຂດປ້ອງກັນ, ຂຶ້ນແຜນສໍາຫຼວດອອກແບບເພື່ອບູລະນະອາຄານທີ່ເກົ່າແກ່, ປັບປຸງເຂດສົດຊື່ນ, ທາງຍ່າງ, ທາງຮ່ອມ ແລະ ສວນສາທາລະນະ ຕາມແຜນພັດທະນາ ຂອງຫ້ອງການມໍລະດົກໂລກ.
ເມືອງມໍລະດົກໂລກ ຍັງຕ້ອງການງົບໃນການບູລະນະຮັກສາ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING