ຫົວເຫວີຍ ພັດທະນາບຸຄະລາກອນດ້ານ ICT ໃຫ້ວິຊາການ ແລະ ນັກສຶກສາລາວ.
ໃນພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍໂຄງການເຝິກອົບຮົມບຸຄະລາກອນດ້ານ ICT ໃຫ້ວິຊາການ ແລະ ນັກສຶກສາຂອງສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ລະຫວ່າງບໍລິສັດຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ແລະ ສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນວັນທີ 16 ຕຸລາ 2020 ຢູ່ສະຖາບັນດັ່ງກ່າວ ເຊິ່ງລົງນາມໂດຍທ່ານ ຫູ ເຫວີຍຫົວ ປະທານບໍລິສັດຫົວເຫວີຍ ປະຈຳລາວ ແລະ ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍມີພະນັກງານທັງສອງຝ່າຍເຂົ້າຮ່ວມ.
ພາບ: laoedaily.com.laການລົງນາມ MOU ຄັ້ງນີ້ ບໍລິສັດຫົວເຫວີຍ ຈະສືບຕໍ່ຄວາມພະຍາຍາມຢ່າງຕໍ່ເນື່ອງ ໃນການປູກຝັງຄວາມຮູ້-ຄວາມສາມາດດ້ານ ICT ໂດຍການຈັດເຝິກອົບຮົມຂອງສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອເປັນການສົ່ງເສີມການແລກປ່ຽນເຕັກໂນໂລຊີ ການແບ່ງປັນປະສົບການ ແລະ ການສົ່ງເສີມຄວາມອາດສາມາດໃນບັນດາຜູ້ຊ່ຽວຊານທີ່ເຂົ້າຮ່ວມ ຄວາມພະຍາຍາມດັ່ງກ່າວ ຈະສຸມໃສ່ການຮ່ວມມືໄລຍະສັ້ນ ແລະ ໄລຍະກາງ ເຊັ່ນ:
ໂຄງການເຝິກອົບຮົມ ກອງປະຊຸມ ການຮຽນຮູ້ທາງເອເລັກໂຕຣນິກ ແລະ ການແລກປ່ຽນປະສົບການ ລະຫວ່າງນັກສຶກສາ ກັບຜູ້ຊ່ຽວຊານ ແລະ ຍັງມີຫຼັກສູດເຝິກທັກສະດິຈີຕອນ ທີ່ຈະຊ່ວຍໃນການເຝິກອົບຮົມພະນັກງານ ແລະ ວິສະວະກອນໃນພື້ນທີ່ຈຳນວນຫຼາຍ ພາຍໃຕ້ຫົວຂໍ້ທີ່ແຕກຕ່າງກັນ ໃນທ່າອ່ຽງເຕັກໂນໂລຊີໃໝ່ ແລະ ຈະມຸ່ງເນັ້ນໄປທີ່ຫົວຂໍ້ຕ່າງໆຂອງ ICT ລວມເຖິງ 5G cloud big data AI ແລະ ອື່ນໆ.
ບຸກຄະລາກອນລາວຈະໄດ້ຮັບການພັດທະນາໃນດ້ານICTໂດຍ ຫົວເຫວີຍ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์