ອະທິບາຍຄວາມໝາຍຂອງຄໍາວ່າ ຄໍາຂວັນ ແລະ ຄໍາຄົມ.
ໃນບົດນີ້ເຮົາຈະຍົກເອົາຄໍາວ່າ ຄໍາຂວັນ ແລະ ຄໍາຄົມ ມາເປັນຫົວຂໍ້ໃນການແລກປ່ຽນຄວາມຮູ້ນໍາກັນ. ສອງຄໍານີ້ ຫຼາຍຄົນມັກໃຊ້ຫຼົງກັນ ແລະ ຈໍາແນກບໍ່ໄດ້ເຖິງຄວາມໝາຍທີ່ແທ້ຈິວຂອງມັນ, ເຊິ່ງຖ້າຫາກເຮົານໍາໃຊ້ບໍ່ຖືກຄໍາ ແນ່ນອນວ່າຄວາມໝາຍປ່ຽນໄປແນ່ນອນ. ດັ່ງນັ້ນ, ເພື່ອໃຫ້ເຂົ້າໃຈແຈ້ງຕື່ມໃນການນໍາໃຊ້ສອງຄໍາສັບນີ້ ເຮົາຈະຍົກເອົາສອງຄໍານີ້ມາໄຈ້ແຍກ ແລະ ອະທິບາຍຄວາມໝາຍຂອງມັນພ້ອມທັງຮູບແບບການນໍາໃຊ້ທີ່ຖືກຕ້ອງ.
DooDiDoໂດຍອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:ຄໍາຂວັນ:ຄໍາຂວັນ ເປັນຄໍານາມ ໝາຍເຖິງ ຄໍາເວົ້າສໍານວນທີ່ແຕ່ງຂຶ້ນ ເພື່ອເຕືອນໃຈ ຫຼືເພື່ອປຸກລະດົມຂະບວນການສ້າງສາພັດທະນາ ແລະ ຍ້ອງຍໍ ຊົມເຊີຍ.
ຕົວຢ່າງ:
ຄໍາຂວັນຂອງນັກຮຽນ “ ຮຽນໜັງສືແມ່ນຮັກຊາດ ”
ຄໍາຂວັນຂອງຊາວໜຸ່ມ “ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ… ”
ຄໍາຄົມ:
ຄໍາຄົມ ເປັນຄໍານາມ ໝາຍເຖິງ ພາສາວາຈາ ສໍານວນ ຄໍາເວົ້າທີ່ຫຼັກແຫຼມ ລໍ້າເລິກ ຊວນໃຫ້ຄິດ.
ຕົວຢ່າງ:
ຄໍາຄົມສອນໃຫ້ຮູ້ຈັກຄິດໄຕ່ຕອງກ່ອນຈະເວົ້າສິ່ງໃດອອກໄປ “ຄິດກ່ອນເວົ້າ ສັດຕູກາຍເປັນມິດ, ເວົ້າກ່ອນຄິດ ມິດກາຍເປັນສັດຕູ”.
ຄໍາຄົມສອນໃຫ້ຮູ້ຈັກວ່າໃນບາງສະຖານະການວັດຖຸເງິນຄໍາບໍ່ສາມາດຊ່ວຍໃຫ້ເຮົົາເອົາຕົວລອດໄດ້ ຊໍ່າເຮົາມີປັນຍາທີ່ຫຼັກແຫຼມ “ມີເງີນເຕັມພາ ບໍ່ທໍ່ມີຜະຫຍາເຕັມພຸງ ”
ຄໍາວ່າ ຄໍາຂວັນ ແລະ ຄໍາຄົມ ມີຄວາມໝາຍແນວໃດ?ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์