08 Aug
08Aug

ອະທິບາຍຄຳວ່າ ຕົ່ງ ແລະ ໂຕ່ງ ມີຄວາມໝາຍແນວໃດ?

    ອີງໃສ່ລັກສະນະພິເສດຂອງພາສາລາວ ທີ່ມີຄວາມຫຼາກຫຼາຍ ບາງເທື່ອອາດເຮັດໃຫ້ມີຄວາມສັບສົນໃນການນໍາໃຊ້ຄໍາສັບ ທັງການຂຽນ ແລະ ການເວົ້າ, ໂດຍສະເພາະການເວົ້າ ມັກຂຶ້ນກັບສໍານຽງຂອງແຕ່ລະທ້ອງຖິ່ນ, ເຊິ່ງມີຫຼາຍຄໍາສັບຖ້າຫາກວ່າອອກສຽງບໍ່ຖືກຕ້ອງຈະເຮັດໃຫ້ຄວາມໝາຍປ່ຽນໄປ. ໃນບົດຄວາມນີ້ ເຮົາຈະເວົ້າເຖິງສອງຄໍາສັບຄື ຕົ່ງ ແລະ ໂຕ່ງ ຊຶ່ງສອງຄໍານີ້ຂຽນຕ່າງກັນແຕ່ອ່ານອອກສຽງຄ້າຍຄືກັນ, ໃນການຟັງອາດຈະຈໍາແນກອອກໄດ້ຍາກ ສ່ວນຫຼາຍຄົນເຂົ້າໃຈວ່າເປັນຄໍາດຽວກັນ ແລະ ໃຊ້ແທນກັນໄດ, ແຕ່ວ່າໃນຄວາມເປັນຈິງແລ້ວ ຄວາມໝາຍຂອງມັນກໍ່ມີຄວາມແຕກຕ່າງກັນຢູ່.

DooDiDo

    ເຮົາຂໍອີງໃສ່ຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ.ທອງຄໍາ ອ່ອນມະນີສອນ ສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວໃຫ້ຖືກຕ້ອງໄດ້ດັ່ງນີ້:

ຄຳວ່າ ຕົ່ງ:
ເປັນຄໍາຄຸນນາມ ມີຄວາມໝາຍວ່າ: ເຕັມ, ໃຫຍ່, ຕຶງ, ເບັ່ງ, ລັກສະນະເນື້ອໜັງທີ່ຕຶງ ເອີ້ນວ່າ ຕົ່ງ ເຊັ່ນ: ນົມຕຶງ ເອີ້ນວ່າ ນົມຕົ່ງ, ແກ້ມທີ່ມີເນື້ອເຕັມ ເອີ້ນວ່າ ແກ້ມຕົ່ງ.
ຕົວຢ່າງ:
ແມ່ລູກອ່ອນນົມຕົ່ງເມື່ອຮອດຍາມລູກໄຫ້ກິນນົມ.
ລູກໃຜຄືມາແກ້ມຕົ່ງເປັນຕາໜ້າບີບໜ້າຄັ້ນແທ້.
ຄຳວ່າ ໂຕ່ງ:
ເປັນໄດ້ທັງ ຄໍາກໍາມະ ແລະ ຄໍານາມ ເຊິ່ງມີຄວາມໝາຍຄ້າຍຄືກັນເຊັ່ນ:
ໂຕ່ງ (ຄໍາກໍາມະ): ໝາຍເຖິງ ຮອງເອົາໄວ້, ຢູ່ໃຕ້, ຮັບໄວ້ .
ຕົວຢ່າງ:
ຝົນຕົກແຮງ ຂ້ອຍເອົາຄຸໂຕ່ງນໍ້າຝົນບ່ອນຫຼັງຄາຮົ່ວ.
ໂຕ່ງ (ຄໍານາມ): ໝາຍເຖິງ ເຄື່ອງຫາປາຢ່າງໜຶ່ງ ສານດ້ວຍປ່ານ ຫຼືຝ້າຍ ເປັນຕາຄືແຫ ສໍາລັບຈຸ່ມລົງໃນນໍ້າບ່ອນເລິກ ເພື່ອໂຕ່ງເອົາປາ.
ຄວາມໝາຍຂອງຄຳວ່າ ຕົ່ງ ແລະ ໂຕ່ງ ຂອງພາສາລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING