ໃນພາສາລາວ ເຊີງ ສາມາແປໄດ້ຫລາຍຄວາມໝາຍ, ໃນນັ້ນມັນກໍ່ຂື້ນກັບວ່າເຮົາຈະນຳເອົາໄປໃຊ້ໃນກາລະເທສະໃດ ແລະ ທີ່ສຳຄັນກໍ່ຄືການທີ່ຈະເອົາຄຳອື່ນໆມາປະກອບໃສ່ກັນເພື່ອໃຫ້ໄດ້ຄວາມໝາຍຕາມທີ່ຕ້ອງການ, ສະນັ້ນເຮົາຈະມາອະທິບາຍໃນຫລາກຫລາຍແບບເຊິງໃນເຟສບຸກ ເພຈ ພາສາລາວໄດ້ອະທິບາຍໄວ້ແລ້ວຈະຂໍນຳມາສະເໜີໃຫ້ຮູ້ນຳກັນ.
‘ເຊີງວິຊາການ’ ເປັນວະລີທີ່ປາກົດເຫັນໃຊ້ໃນວົງການວິຊາການ ໂດຍສະເພາະຢູ່ບາງສະຖາບັນ. ເພື່ອໃຫ້ພວກເຮົາເຫັນແຈ້ງເຖິງຄວາມໝາຍຂອງວະລີນີ້ ໂດຍສະເພາະແມ່ນຄຳວ່າ ‘ເຊີງ’ ເຊິ່ງຢູ່ໃນພາສາລາວພວກເຮົາແມ່ນມີຫຼາຍຄວາມໝາຍ. ເມື່ອກ່າວຄຳວ່າ ‘ເຊີງ’ ຂຶ້ນມາ, ພວກເຮົາມັກຈະເຂົ້າໃຈໃນຄວາມໝາຍວ່າ “ອາການຂອງສັດເສບສົມ” ຫລື “ສັດປະສົມພັນກັນ” ໂລດ. ເພາະຄຳວ່າ ເຊີງ ໃນຄວາມໝາຍນີ້ ເປັນຄຳລາວເດີມທີ່ເຮົາໃຊ້ມາແຕ່ສະໄໝບູຮານ.
ແຕ່ເມື່ອຄົນລາວພວກເຮົາມາຢູ່ໃກ້ຊິດກັບຄົນທີ່ໃຊ້ພາສາຕະກຸນມອນ-ຂະແມແລ້ວ ເຮົາກໍໄດ້ຮັບເອົາຄຳຈາກພາສາຂະແມມາໃຊ້ ເຊິ່ງຄຳເດີມອອກສຽງ ជើង /cheung/ ໝາຍເຖິງ “ຕີນ ຫຼື ຖານ”, ເວລາທີ່ພວກເຮົານຳມາໃຊ້ ກໍປັບສຽງໃຫ້ເຂົ້າກັບສຽງພື້ນສຽງພາສາລາວ ຈາກ /cheung/ ມາເປັນ ‘ເຊີງ’ ເພາະພາສາລາວບໍ່ມີສຽງ /ch/ (ພ້ອມດຽວກັນນັ້ນ ຄຳວ່າ ເຊີງ ໃນພາສາລາວເດີມກໍມີຢູ່ແລ້ວ ເຊິ່ງພາໃຫ້ອອກສຽງໄດ້ງ່າຍ ຕ່າງແຕ່ມາເພີ່ມເປັນສັບທີ່ມີຄວາມໝາຍຕ່າງ).
‘ເຊີງ’ ທີ່ພວກເຮົາໄດ້ຮັບມາຈາກພາສາຂະແມ ຈະໃຊ້ໃນຄວາມໝາຍວ່າ “ສົ້ນຂອງຜ້າແພບ່ອນທີ່ເປັນແຈສຸດ” ເຊັ່ນ ເຊີງເສື້ອ, ເຊີງຜ້າອາບ, ເຊີງແພບ່ຽງ.
ຄຳວ່າ “ເຊີງ” ໃນພາສາລາວນັ້ນມີຄວາມໝາຍແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido