ດ້ວຍເຫດນັ້ນ ເຮົາຈຶ່ງນໍາເອົາບົດຄວາມທີ່ເປັນການອະທິບາຍຄວາມໝາຍສັບໃນພາສາລາວມາແບ່ງປັນ ເພື່ອຮຽນຮູ້ພາສາລາວໄປນໍາກັນ, ເຊິ່ງຕອນນີ້ເຮົາຈະມາເວົ້າກ່ຽວກັບຄວາມໝາຍຂອງຄໍາວ່າ ໂສມ ແລະ ໂຊມ ຟັງແບບຜິວເຜີນ ສອງຄໍານີ້ອອກສຽງຄ້າຍຄືກັນ, ແຕ່ໃນຄວາມເປັນຈິງແລ້ວ ມັນມີຄວາມໝາຍທີ່ແຕກຕ່າງກັນ. ມັນແຕກຕ່າງກັນຄືແນວໃດ ເຮົາມາຮຽນຮູ້ໄປນໍາກັນ. ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:
ຄຳວ່າ ໂສມ:
ເປັນຄໍານາມສາມາດແປໄດ້ຫຼາຍຄວາມໝາຍເຊັ່ນ:
ຄວາມໝາຍທີ່ 1. ມີຄວາມໝາຍວ່າ ຮູບ, ຮູບຮ່າງ, ຮ່າງຄີງ
ຕົວຢ່າງ:
ຄົນທີ່ຈະໄດ້ຮັບຕໍາແໜ່ງນາງສາວລາວ ຕ້ອງເປັນຄົນທີ່ງົດງາມທັງຮູບໂສມ ແລະ ຈິດໃຈ.
ຄວາມໝາຍທີ່ 2. ມີຄວາມໝາຍວ່າ ພະຈັນ, ດວງເດືອນ
ຕົວຢ່າງ:
ໂສມທີ່ຢູ່ເທິງຟ້າສ່ອງແສງລົງມາຍາມຄໍ່າຄືນ ມັນງົດງາມເຫຼືອຄໍາບັນຍາຍ.
ຄວາມໝາຍທີ່ 3. ເປັນຊື່ເອີ້ນໄມ້ທີ່ເປັນເຄືອສະນິດໜຶ່ງ ມີຫົວຄືກັບຫົວຜັກກາດຂາວ ໃຊ້ເຮັດຢາອາຍຸວັດທະນະ ເຊິ່ງໃນຄໍາພີພາມບູຮານເລົ່າລືກັນວ່າ ເທວະດາເອົາໂສມນີ້ມາເຮັດນໍ້າເມົາ ສະນັ້ນ ນໍ້າເຫຼົ້າຈຶ່ງເອີ້ນວ່ານໍ້າໂສມ.
ຄຳວ່າ ໂຊມ:
ເປັນຄໍາກໍາມະ ມີຄວາມໝາຍວ່າ ໂຈມໄວ້, ຊວ້ານແລ້ວຍົກຂຶ້ນໃຫ້ພົ້ນຈາກພື້ນ.
ຕົ້ນໄມ້ໃຫຍ່ຖືກລົມພະຍຸພັດແຮງຈົນເນີ້ງ ໃຫ້ຫາແນວມາໂຊມໄວ້ເພື່ອປ້ອງກັນບໍ່ໃຫ້ມັນລົ້ມ.
ຕົວຢ່າງ:
ນັກຮ້ອງຢູ່ເທິງເວທີ ໂຊມໂຊ່ລົງເພື່ອໃຫ້ຜູ້ຊົມຄ້ອງພວງມະໄລ.
ເສື່ອມໂຊມ ໝາຍເຖິງເສຍກໍາລັງກາຍ ແລະ ກໍາລັງໃຈ, ກໍາລັງກາຍ ແລະ ກໍາລັງໃຈຫຼຸດຜ່ອນ.
ຄຳວ່າ ໂສມ ແລະ ໂຊມ ຄວາມໝາຍຄືກັນ ຫຼື ຕ່າງກັນ?