ຄໍາວ່າ ພວງມະໄລ ແລະ ພວງມະລາ ຫລາຍຄົນບໍ່ເຂົ້າໃຈຍ້ອນ ພາສາລາວມີຫຼາກຫຼາຍຄໍາສັບທີ່ແຕກຕ່າງກັນໄປ ມີທັງຄໍາຄືກັນ ແລະ ຕ່າງກັນ, ບາງຄໍາສັບສະກົດຄືກັນ ແຕ່ວ່າ ຄວາມໝາຍຕ່າງກັນ, ບາງຄໍາສັບສະກົດຕ່າງກັນ ອ່ານຕ່າງກັນ ແຕ່ວ່າມີຄວາມໝາຍຄືກັນ ແລະ ສາມາດໃຊ້ແທນກັນໄດ້, ການຈໍາແນກຄວາມໝາຍຂອງຄໍາສັບຍັງມີຄວາມສັບສົນພໍສົມຄວນ.
ສະນັ້ນ ເພື່ອຄວາມກະຈ່າງແຈ້ງໃນການນໍາໃຊ້ຄໍາສັບພາສາລາວ ເຮົາຈຶ່ງຍົກເອົາບາງຄໍາສັບຂຶ້ນມາແລກປ່ຽນ, ເຊິ່ງໃນບົດຄວາມນີ້ ເຮົາຈະເວົ້າກ່ຽວກັບຄໍາວ່າ ພວງມະໄລ ແລະ ພວງມະລາ ສອງຄໍາສັບນີ້ອາດມີການໃຊ້ຫຼົງກັນ ຢູ່ໃນບາງທ້ອງຖິ່ນ ແລະ ບໍ່ຮູ້ຈັກຄວາມໝາຍແທ້ໆຂອງມັນ.
ໂດຍອີງຕາມຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ.ທອງຄໍາ ອ່ອນມະນີສອນ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວໄດ້ດັ່ງນີ້:DooDiDo
ພວງມະໄລ.
ເປັນຄໍານາມ ໝາຍເຖິງຮວາດດອກໄມ້, ດອກໄມ້ທີ່ຮ້ອຍເປັນວົງປະດິດປະດອຍຢ່າງສວຍງາມ, ດອກໄມ້ທີ່ນິຍົມມາຮ້ອຍພວງມະໄລມີຫຼາຍຊະນິດເຊັ່ນ: ດອກມະລິ ຫຼືດອກຊ້ອນ, ດອກດາວເຮືອງ, ດອກຮັກ, ດອກພຸດເພື່ອມອບໃຫ້ແກ່ຜູ້ນໍາ, ແຂກຜູ້ມີກຽດ ຫຼືມອບໃຫ້ແກ່ຄົນຮັກ ໃນເທດສະການຕ່າງໆ. ນອກຈາກນັ້ນຊາວພຸດຍັງນິຍົມໃຊ້ພວງມາໄລເພື່ອບູຊາພຣະ ຫຼືສິ່ງສັກສິດ ທຸກໆວັນສິນ 8 ຄໍ່າ ແລະ 15 ຄໍ່າ.
ພວງມາລາ.
ສ່ວນ ພວງມາລາ ເປັນຄໍານາມ ໝາຍເຖິງຮວາດດອກໄມ້, ດອກໄມ້ທີ່ຮ້ອຍໃສ່ກັນແລ້ວຜູກເປັນວົງມົນ ຫຼື ວົງຮີຂະໜາດໃຫຍ່ ຈັດແຕ່ງດ້ວຍດອກໄມ້ສີຂາວ ເປັນສ່ວນຫຼາຍ ໃຊ້ເພື່ອໄວ້ອາໄລສົບຄົນຕາຍ.
ຄໍາວ່າ ພວງມະໄລ ແລະ ພວງມະລາ ມີຄວາມໝາຍແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.