01 Aug
01Aug

ອະທິບາຍພາສາລາວກັບຄຳວ່າ ສະທ້ອນ ແລະ ສະເທືອນ.

    ພາສາລ້ວນແລ້ວແຕ່ມີເອກະລັກຂອງໃຜລາວ ແລະ ກໍ່ມີຄໍາສັບທີ່ຂຽນ ອ່ານຄ້າຍຄືກັນ ບາງຄໍາມັນອອກສຽງຕ່າງກັນແຕ່ໜ້ອຍດຽວ ອອກສຽງສັ້ນສຽງຍາວເທົ່ານັ້ນ ຖ້າເວົ້າຜິດກໍ່ເຮັດໃຫ້ຄວາມໝາຍປ່ຽນໄປແລ້ວ ລວມເຖິງການຕີຄວາມໝາຍຂອງມັນກໍ່ມີຫຼາຍຄໍາສັບທີ່ຄ້າຍຄືກັນ.

DooDiDo

    ໃນພາສາລາວກໍ່ເປັນພາສາໜຶ່ງທີ່ມີຄໍາສັບຫຼາຍຄໍາທີ່ເຮົາຍັງນໍາໃຊ້ບໍ່ຖືກຕ້ອງຕາມຄວາມໝາຍຂອງມັນ ດັ່ງຄໍາສັບທີ່ເຮົາຈະນໍາມາເວົ້າໃນບົດຄວາມນີ້ຄື ຄໍາວ່າ ສະທ້ອນ ແລະ ສະເທືອນ ສອງຄໍານີ້ການຂຽນ ການອ່ານ ຕ່າງກັນ ແຕ່ຄົນສ່ວນຫຼາຍມັກຫຼົງຄວາມໝາຍຂອງມັນ. ແລະ ໃນບົດນີ້ ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:
ຄຳວ່າ ສະທ້ອນ:
ເປັນຄໍາກໍາມະ ໝາຍເຖິງ ອາການເຕັ້ນຂຶ້ນລົງໄວໆ, ເຮັດໃຫ້ເຕັ້ນຂຶ້້ນລົງ, ການສະແດງໃຫ້ເຫັນຜົນໄດ້ຮັບກັບຄືນ, ສິ່ງໃດໜຶ່ງສ່ອງໃສ່ແວ່ນແຍງເອີ້ນວ່າພາບສະທ້ອນ.
ຕົວຢ່າງ:
ເມື່ອເຮົາກົ້ມຫົວລົງແລ້ວຮ້ອງດັງໆໃສ່ໃນໂອ່ງໃຫຍ່ ມັນຈະເກີດສຽງສະທ້ອນດັງອອກມາ.
ຖ້າເຮົາເອົາແວ່ນແຍງ ຫຼືວັດຖຸປະເພດແກ້ວ ໄປສ່ອງໃສ່ຕາເວັນ ມັນຈະແສງສະທ້ອນ.
ຜົນສະທ້ອນຈາກການຫຼິ້ນກິນຟຸ່ມເຟີຍກໍ່່ແມ່ນຄວາມຈົນ.
ຄຳວ່າ ສະເທືອນ:
ເປັນຄໍາກໍາມະ ໝາຍເຖິງ ຫວັ່ນໄຫວ, ສັ່ນໄປທົ່ວ, ສັ່ນໄປໝົດ.
ຕົວຢ່າງ:
ມີຈິດໃຈຫວັ່ນໄຫວຢ່າງຮຸນແຮງ ໃນເມື່ອໄດ້ປະສົບກັບສິ່ງທີ່ບໍ່ໜ້າພໍໃຈ ເຊັ່ນ: ເຫັນພາບແມ່ຕູ້ກອດຊາກສົບຫຼານນ້ອຍຮ້ອງໄຫ້ ແລ້ວຮູ້ສຶກສະເທືອນໃຈ.
ມີຈິດໃຈຫວັ່ນໄຫວຢ່າງຮຸນແຮງ ເພາະວ່າມີສິ່ງໃດສິ່ງໜຶ່ງ ມາກະທົບເຮັດໃຫ້ຮູ້ສຶກເສົ້າໝອງ ເຊັ່ນ: ນະວະນິຍາຍສະເທືອນອາລົມ ອ່ານແລ້ວເຮັດໃຫ້ເສົ້າໂສກ ສະເທືອນອາລົມ.
ແຜ່ນດິນໄຫວຄັ້ງນີ້ມັນຮຸນແຮງຫຼາຍຈົນສະເທືອນໄປທົ່ວແຂວງ
ຄຳວ່າ ສະທ້ອນ ແລະ ສະເທືອນ ມີຄວາມໝາຍໃນພາສາລາວແນວໃດ?



ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING