18 Jul
18Jul

ອະທິບາຍພາສາລາວຄຳວ່າ “ສຸກ” ມີຄວາມໝາຍແນວໃດ?

    ພາສາລາວບໍ່ວ່າຈະເປັນຄຳໃດໆກໍ່ຈະປະກອບດ້ວຍ ຕົວອັກສອນ, ສະຫລະ, ພະຍັນຊະນະ ແລະ ວັນນະຍຸດຕ່າງໆ, ດັ່ງໃນພາສາລາວໃນຕອນນີ້ເຮົາຈະມາເວົ້າກ່ຽວກັບຄຳວ່າ ສຸກ ມີຄວາມໝາຍວ່າແນວໃດ ແລະ ຖ້າຈະມາເບິ່ງອົງປະກອບຂອງຄຳນີ້ກໍຄືກັບຄຳອື່ນໆທີ່ມີພະຍັນຊະນະ, ສະຫລະ ຕ່າງໆເຊັ່ນວ່າ ຄຳວ່າ ສຸກ ໃນພາສາລາວ ປະກອບດ້ວຍ “ສ+ xຸ + ກ”.

DooDiDo

ຄຳວ່າ ສຸກ ຂຽນແບບດຽວແຕ່ມີຫຼາຍຄວາມໝາຍ.

1. ເປັນຄຳລາວເດີມ
ເປັນຄຸນນາມ ບອກສະພາບທີ່ປ່ຽນມາຈາກດິບ ໂດຍສະເພາະໝາກໄມ້ສຸກ, ອາຫານທີ່ຖືກຄວາມຮ້ອນແລ້ວ ສຸກ (ບໍ່ດິບ)ນອກຈາກນີ້ຍັງໃຊ້ກັບການປຽບທຽບອື່ນໆໂດຍສະເພາະ ເຫດການທີ່ມີຄວາມເປັນໄປໄດ້ສູງ ເອີ້ນ ສຸກງອມ ເຊັ່ນ ຄວາມຮັກທີ່ສຸກງອມ, ເລື່ອງນີ້ມັນສຸກງອມ…, ຄົນທີ່ເຄີຍບວດຮຽນຂຽນອ່ານ ເມື່ອລາສິກຂາອອກມາ ເອີ້ນວ່າ ຄົນສຸກ.
2. ມາຈາກປາລີ.
“ສຸຂະ” ຫຼື “ສຸຂ” ແປງ “ຂະ” ເປັນ ສະກົດ “ກ” ໝາຍເຖິງສະພາບທີ່ບໍ່ທຸກ, ສະພາບທີ່ບໍ່ສັບສົນ, ສະພາບທີ່ສະບາຍ.
3. ມາຈາກສັນສະກິດ.
“ສຸກฺຣ” ຖືກຕັດ “ฺ ຣ” ອອກ, ໝາຍເຖິງຊື່ພະອັກຄະນີ (ເທບແຫ່ງໄຟ) ເປັນຊື່ຂອງດາວເຄາະດວງທີ 6. ຂຶ້ນຕອນຫົວຄໍ່າ ໂຫລາສາດເອີ້ນວ່າ ດາວປະຈຳເມືອງ, ຂຶ້ນຕອນເຊົ້າ ຂ້ອນແຈ້ງເອີ້ນວ່າ ດາວປະກາຍພຶກ. ດັ່ງນັ້ນ, ຈຶ່ງກາຍມາເປັນຊື່ຂອງວັນທີ 6 ຂອງອາທິດ ຫຼື ສັບປະດາ ນັ້ນເອງ.
ພາສາລາວຄຳວ່າ “ສຸກ” ມີຄວາມໝາຍແນວໃດ?



ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING