25 Jun
25Jun

ອະທິບາຍພາສາລາວຄໍາວ່າ: “ມຸ່ງ” ແລະ “ມຸ້ງ”

อธิบาย คำว่า มุ่ง และ มุ้ง

ຄຳວ່າ “ມຸ່ງ” ແລະ “ມຸ້ງ” ເມືອອີງຕາມວັດຈະນານຸກົມ ສະບັບ ສະຖາບັນຄົ້ນຄວ້າ 2012: 765 ແລະ ສະບັບ ດຣ.ທອງຄຳ ອ່ອນມະນີສອນ 2008:647 ອະທິບາຍໄວ້ຄອນຂ້າງລະອຽດ, ສັດເຈນ ແລະ ເຂົ້າໃຈດີເຊິ່ງ ທ່ານແຍກອອກເປັນສ່ວນໆໃຫ້ເຫັນ ແລະ ຂ້າພະເຈົ້າກໍ່ໄດ້ປະກອບໄປບາງສ່ວນເພື່ອໃຫ້ຫລາຍຄົນໄດ້ເຂົ້າໃຈເພີ່ມຂື້ນລາຍລະອຽດດັ່ງຕໍ່ໄປນີ້.
ມຸ່ງ ເປັນຄຳກຳມະ.
ແປວ່າ ໝາຍໃສ່, ປອງປະສົງ, ຕັັ້ງໃຈໃສ່,ຕັ້ງໃຈໄປສູ່, ຈຸດເປົ້າໝາຍ, ຈຸດປະສົງຫຼືຄວາມຕ້ອງການທີ່ຕ້ອງເຮັດຕ້ອງທຳ, ຕ້ອງມຸ່ງໜ້າໄປສູ່ມັນ, ຄວາມຫວັງ, ຄາດໝາຍໃນສິ່ງທີ່ໃຈປະສົງ…. ເຊັ່ນ: ມຸ່ງມາດປາດຖະໜາຄືຢາກໃຫ້ເປັນໄປຕາມຄວາມຄາດຫວັງ, ມຸ່ງໜ້າໄປແບບບໍ່ສົນໃຜ, ມຸ່ງສູ່ເປົ້າໝາຍ, ມຸ່ງໝັ້ນຕໍ່ອຸດົມການ, ມຸ່ງເນັ້ນໃນສິ່ງດຽວທີ່ຕ້ອງທຳໃຫ້ສຳເລັດໝາຍເຖິງ ຕັ້ງໃຈບໍ່ປ່ຽນແປງ, ຕັ້ງໃຈແນ່ວແນ່ເຮັດສິ່ງໃດໜຶ່ງໃຫ້ສຳເລັດ ຕົວຢ່າງ: ມຸ່ງໝັ້ນຕໍ່ການສຶກສາຮໍ່າຮຽນຈົນຮຽນຈົບ, ມຸ່ງເນັ້ນຕໍ່ທຸລະກິດ, ມຸ່ງໃສ່ຕໍ່ການຂາຍເຄື່ອງ, ເມື່ອເຖິງລະດູຝົນແລ້ວຊາວໄຮ່ຊາວນາກໍ່ມຸ່ງໜ້າສູ່ທົ່ງໄຮ່ທົ່ງນາ, ມຸ່ງທຳຄວາມດີ, ມຸ່ງປະສົງຮ້າຍ….
ເວົ້າລາວກັນ
ວົ້າລວມແລ້ວຄໍາວ່າມຸ່ງ ກໍ່ໝາຍເຖິງ ເປົ້າໝາຍ ມີຄວາມຕັ້ງໃຈ ແລ້ວລົງມືທຳນັ້ນເອງ ບໍ່ວ່າຈະທຳສິ່ງດີ ຫຼື ບໍ່ດີກໍ່ເອີ້ນວ່າເຈຕະນາ ແລະ ຄວາມຕັ້ງໃຈ ມຸ່ງສູ່ສິ່ງນັ້ນ.
ມຸ້ງ ເປັນຄຳນາມ.
ແປວ່າ ຜ້າທີ່ເປັນຕານ່າງນ້ອຍໆສຳລັບໄວ້ກາງກັນຍຸງ ແລະ ແມງໄມ້ຕ່າງໆທີ່ຈະນຳເຊື້ອພະຍາດມາສູ່ຄົນ. ມີລັກສະນະເປັນຫ້ອງມີຫຼາຍຮູບຫຼາຍຊົງ ເວລາເຮົາກາງຂຶ້ນມາ ເຊິ່ງເພິ່ນມັກເອີ້ນເປັນຫົວໜ່ວຍວ່າ:ດາງ ຫຼື ຫຼັງເຊັ່ນ: ມຸ້ງ 1ດາງ ຫຼື ມຸ້ງ 1ຫຼັງ. ມຸ້ງມີຫຼາຍປະເພດ ທັງກາງປ້ອງກັນຍຸງ ແລະ ແມງໄມ້ ໃຫ້ຄົນ ແລະ ໃຫ້ສັດເຊັ່ນ: ມຸ້ງໄກ້ນ້ອຍ ກາງສຳລັບກັນຍຸງ, ຮີ້ນ ຫຼື ແມງຕ່າງໆໃຫ້ໄກ່ນ້ອຍ ເພື່ອກັນບໍ່ໃຫ້ໄກ່ຕາຍຍ້ອນແມງກັດ…
ພາສາລາວຄວາມໝາຍຂອງຄໍາວ່າ: “ມຸ່ງ” ແລະ “ມຸ້ງ”
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING