05 Jul
05Jul

ອະທິບາຍພາສາລາວກັບຄຳວ່າ “ອົກ ແລະ ເອິກ”.

    ອົກ ແລະ ເອິກ, ຫາກໄດ້ເຫັນ ຫລື ໄດ້ຍິນຄິດວ່າຫລາຍຄົນກໍ່ຄົງເຂົ້າໃຈແລ້ວ, ແຕ່ເຮົາຈະມາໄຈ້ແຍກນຳກັນໃຫ້ລົງເລີກເຂົ້າໄປອີກລະດັບໜຶ່ງເພື່ອຄວາມເຂົ້າໃຈໃນພາສາລາວໃຫ້ລະອຽດກວ່າເກົ່າເຊິ່ງວ່າໃນບັນດາວັດຈະນານຸກົມທັງຫຼາຍອະທິບາຍໄວ້ໃນລັກສະນະດຽວກັນຄື ໝາຍເຖິງອະໄວຍະວະຢູ່ລະຫວ່າງຄໍກັບທ້ອງ ທີ່ເປັນລັກສະນະໂອບໂຜບ ເອີ້ນວ່າ ອົກ ຫຼື ເອິກ.

DooDiDo

    ຄຳວ່າ ອົກ ແລະ ເອິກ ໃນວັດຈະນານຸກົມດັ່ງກ່າວຖ້າເຮົາມາສັງເກດຄັກໆຈະເຫັນວ່າການອະທິບາຍຂອງບັນດາວັດຈະນານຸກົມທີ່ກ່າວມາຂ້າງເທິງນີ້ຍັງບໍ່ມີຄວາມຊັດເຈນ ແລະ ຍັງຂາດການອະທິບາຍແບບລະອຽດ ເພາະຫາກຈະການສັງເກດເບິ່ງຕົວຈິງ ແລະ ເຫັນຈາກການໃຊ້ຢູ່ໃນຊີວິດປະຈຳວັນຂອງຄົນໃນສັງຄົມ ຈະເຫັນຄວາມແຕກຕ່າງທາງດ້ານການໃຊ້ຢ່າງຊັດເຈນ ແລະ ໃນຕອນນີ້ເຮົາຈະຂໍອະນຸຍາດນຳຂໍ້ມູນມາແບບປະກອບສ່ວນ ແລະ ຄົ້ນຄິດພິຈາລະນາໄປນຳກັນຫາກວ່າບໍ່ຕົງກັບຄວາມຄິດຄວາມເຫັນຂອງບາງທ່ານກໍ່ຕ້ອງຂໍອະໄພ ແລະ ຈະຂໍອະທິບາຍດັ່ງນີ້.

ຄຳວ່າ ອົກ.
    ໃນພາສາລາວ ອົກ ແມ່ນໃຊ້ກັບຈິດໃຈ ທີ່ເປັນນາມທຳ ທີ່ສື່ເຖິງຄວາມຮູ້ສຶກທາງໃຈ ຄ້າຍຄືກັບວ່າມີບາງສິ່ງທີ່ເຂົ້າມາກະທົບເຖິງຄວາມຮູ້ສືກອາດຈະເຮັດໃຫ້ດີໃຈ ເສຍໃຈ, ປວດໃຈພາຍໃນ ທີ່ບໍ່ກ່ຽວກັບກາຍະພາບ ທາງນອກ ຫລື ອະໄວຍະວະໃດ ແລະ ກໍ່ບໍ່ໄດ້ໝາຍເຖິງໝາກຫົວໃຈແຕ່ຢ່າງໃດ.
ໃນພາສາໄທ ອົກ ຄວາມໝາຍຈະແມ່ນຄວາມໝາຍດຽວກັບ ເອິກ, ເຊິ່ງເປັນສິ່ງທີກ່ຽວກັບກາຍະພາບ ພາຍນອກຂອງຮ່າງກາຍ, ເຊິ່ງພາສາໄທຈະບໍ່ໃຊ້ຄຳວ່າ ເອິກ ແຕ່ຖ້າຫາໃຊ້ກໍ່ອາດຈະເປັນຄວາມໝາຍທີ່ແຕກຕ່າງກັນໄປ.
ຕົວຢ່າງ:
ອົກຫັກ, ຫົວອົກ, ອ້ອມອົກ, ເຈັບອົກເຈັບໃຈ, ຕົກອົກຕົກໃຈ ເຊິ່ງຈະໜາຍເຖິງຄວາມຮູ້ສືກພາຍໃນຖ້າພາສາອັງກິດ ຈະເວົ້າໄດ້ວ່າເປັນ Mind ແລະ ບໍ່ແມ່ນ heart ເພາະຄຳນີ້ໃນພາສາລາວໝາຍເຖິງ “ໝາກຫົວໃຈ”.
ຄຳວ່າ ເອິກ.    
ໃນພາສາລາວ ເອິກ ແມ່ນໃຊ້ກັບກາຍະພາບ ໝາຍເຖິງອະໄວຍະວະຢູ່ລະຫວ່າງຄໍກັບທ້ອງ ທີ່ເປັນລັກສະນະໂອບໂຜບ ເຊິ່ງເປັນຄວາມໝາຍຕາມວັດຈະນານຸກົມທີ່ນິຍາມໄວ້ຈາກມະຫາສິລາ 2549: 362-363
ດຣ. ທອງຄຳ 2008: 833-834
ສະຖາບັນ 2012: 967, 977.
ຄວາມໝາຍຂອງຄຳວ່າ “ອົກ ແລະ ເອິກ” ໃນພາສາລາວ.


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING