11 Jul
11Jul

ອະທິບາຍສັບ ຫຼີກລ່ຽງ ແລະ ຫຼີກລ້ຽງ ຄວາມໝາຍໃນພາສາລາວ.

    ມີຫລາຍໆຄຳຖາມ ແລະ ມີຫຼາຍໆຄົນສົງໄສວ່າການສະກົດທີ່ຖືກແທ້ ຂອງການຫລີກເວັ້ນ ຫລື ຄຳວ່າ ຫລີກລ່ຽງ ແລະ ຫລີກລ້ຽງ ແມ່ນໂຕໃດແທ້ທີຖືກ ລະຫວ່າງ ວັນນະຍຸດ x ່ ຫຼື x້ ເພາະຄຳໆນີ້ແມ່ນມີການນຳໃຊ້ຫລາຍໃນປະຈຸບັນຈົນທຸກຄົນຊິນເຄີຍກັບມັນແລ້ວ ແລະ ກໍອາດຈະມີຫລາຍຄົນເຊັ່ນກັນທີ່ພະຍາຍາມໄປຊອກເບິ່ງຢູ່ໃນວັດຈະນານຸກົມພາສາລາວໃນຫລາຍໆສະບັບກໍ່ອາດຈະບໍ່ປະກົດເຫັນຄຳນີ້.
DooDiDo    ຄວາມຈິງແລ້ວວັດຈະນານຸກົມພາສາລາວ ຫລາຍໆສະບັບ ອາດຈະບໍ່ປາກົດເຫັນຄຳທີ່ປະສົມກັບເຊັ່ນວ່າ ຫລີກລ່ຽງ ຫລື ຫລີກລ້ຽງ ແຕ່ເຮົາສາມາດເຫັນໃນແຕ່ລະຄຳທີ່ແຍກກັນເຊັ່ນ ຫລີກ, ລ່ຽງ ແລະ ລ້ຽງ ແລະ ຄວາມໝາຍຂອງແຕ່ລະຄຳ ແຕ່ກໍຍັງມີບາງພາກສ່ວນທີ່ຍັງຄົງຖົກຖຽງກັນວ່າຄຳນີ້ໄດ້ມາຈາກການປະສົມກັບພາສາເພືອນບ້ານເຮົາຫລືບໍ່, ຄວາມຈິງແລ້ວເປັນການປະສົມຄຳໃນພາສາລາວທີ່ມີຄວາມຄ້າຍຄືກັນ ລະຫວ່າງສອງຄຳ ຫລີກ ແລະ ລ່ຽງ, ຫລີກ ແລະ ລ້ຽງ ເຊິ່ງຫລັງຈາກເອົາຄຳພວກນີ້ມາປະສົມກັນແລ້ວກໍ່ຈະໄດ້ຄວາມໝາຍຂອງມັນແຕກຕ່າງກັນໄປເລັກນ້ອຍ.ຄຳວ່າ ຫລີກ.
ໝາຍເຖິງ ການເວັ້ນ, ອອກໄປໃຫ້ໄກ, ຜິກ, ແວອອກ, …
ຕົວຢ່າງ:
ຖ້າເຈົ້າຍັງເຮັດບໍ່ໄດ້ແທ້ໆ, ຫລີກໃຫ້ຂ້ອຍຈະລອງເຮັດເບິ່ງບາງທີ່ຂ້ອຍເຮັດໄດ້.
ຫລີກຂ້ອຍແດ່, ຄົນຫລາຍຂ້ອຍຢາງໄປບໍ່ໄດ້
ຄຳວ່າ ລ່ຽງ.
ແມ່ນມີຄວາມໝາຍຄ້າຍຄືກັນກັບ ຫລີກ ໝາຍເຖິງ ການຫລີກເວັ້ນ, ການຫລົບໜີ, ບ່ຽງ, ບໍ່ຊື່, ຫລື ເວົ້າໄດ້ວ່າໃຊ້ປະກອບກັບຄຳວ່າ ຫລີກລ່ຽງ.
ຕົວຢ່າງ:
ເສັ້ນທາງນີ້ເຂົາເຈົ້າກ່ຳລັງແປງຢູ່, ເຈົ້າຄວນຈະລ່ຽງໄປທາງໃໝ່
ຄຳວ່າ: ຫຼີກລ່ຽງ ແລະ ຫຼີກລ້ຽງ ກັບຄວາມໝາຍໃນພາສາລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING