ອະທິບາຍ ຄໍາວ່າ ຫຼົບ ແລະ ຫຼີກ ໃນພາສາລາວມີຄວາມໝາຍແນວໃດ?
ໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຫຼົບ ແລະ ຫຼີກ ສອງຄໍານີ້ ຈະມີຄວາມໝາຍຄ້າຍຄືກັນ ຫຼື ແຕກຕ່າງກັນແນວໃດ ເຮົາມາສຶກສາ ແລະ ຮຽນຮູ້ໄປນໍາກັນ ໂດຍອີງໃສ່ຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ຂ່ອນຂ້າງຊັດເຈນຄືດັ່ງນີ້:
DooDiDoຄຳວ່າ ຫຼົບ.ຫຼົບ ສາມາດໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມໄດ້ ເຊັ່ນ:
– ຄໍາກໍາມະ. ໝາຍເຖິງ ເວັ້ນ ບໍ່ໃຫ້ຖືກຕົວ (ກໍລະນີມີວັດຖຸໃດໜຶ່ງຟົ້ງມາຫາເຮົາແລ້ວເຮົາເອົາຕົວເອງຫຍັບອອກເອີ້ນວ່າຫຼົບ)
ຕົວຢ່າງ:ຂ້ອຍກໍາລັງນັ່ງຊົມການແຂ່ງຂັນບານເຕະ, ທັນທີທັນໃດໝາກບານກໍ່ກະເດັນມາຫາຂ້ອຍ ແລະ ຂ້ອຍກໍ່ສາມາດຫຼົບໄດ້ທັນ.
ຝົນຕົກລົງມາໃນຂະນະທີ່ຂ້ອຍກໍາລັງຍ່າງອອກກໍາລັງກາຍ ຂ້ອຍເລີຍຊອກຫາບ່ອນຫົ່ມເພື່ອຫຼົບຝົນ.
– ຄໍານາມ. ໝາຍເຖິງ ປົກໄວ້ເທິງຫຼັງຄາ ຫຼົບເຮືອນ.
ຄຳວ່າ ຫຼີກ.ຫຼີກ ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜິກ, ຫຍັບອອກຈາກທາງ (ກໍລະນີວັດຖຸນັ້ນຢູ່ກັບທີ່ແລ້ວເຮົາບໍ່ຢາກກະທົບໃສ່ມັນ ເຮົາເອົາຕົວຫຍັບອອກ ເອີ້ນວ່າ ຫຼີກ) ຫຼື ຫຼີກລ່ຽງ ກໍວ່າໄດ້.
ຕົວຢ່າງ:ຂ້ອຍຂັບລົດລັອກແລັກໄປມາກໍຍ້ອນຫຼີກຂຸມ, ເພາະວ່າຫົນທາງບ້ານຂ້ອຍມີຂຸມຫຼາຍ.
ຂ້ອຍຫຼີກລ້ຽງການໃຊ້ຖະໜົນສາຍຫຼັກໃນຍາມໂມງການ ເພາະມັນລົດຕິດຫຼາຍ.
ຄວາມໝາຍຂອງຄໍາວ່າ ຫຼົບ ແລະ ຫຼີກ ໃນພາສາລາວ. ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์