ອະທິບາຍການນຳໃຊ້ຄຳ “ລ່ຽມ” ບໍ່ແມ່ນ “ຫຼ່ຽມ” ໃນພາສາລາວ.
ໂອ ຈັ່ງແມ່ນມີເລ່ລ່ຽມຫລາຍນໍ !!!…. ໃນພາສາລາວ ຫລ່ຽມ ແລະ ລ່ຽມ ຫລາຍຄົນອາດຈະຍັງຄ້າງຄາໃຈຢູ່ວ່າຈະໃຊ້ ຫລື ຈະຂຽນແບບໃດແທ້ຈຶ່ງຈະຖືກຕາມເປົ້າໝາຍເວລານຳມາໃຊ້ໃນການສະກົດຄຳໃຫ້ຖືກກັບຄວາມໝາຍດັ່ງກ່າວ, ອີງຕາມວັດຈະນານຸກົມພາສາລາວ ທຸກໆສະບັບ ແລະອີງໃສ່ປຶ້ມແບບຮຽນປະຖົມ ກ່ຽວກັບນິຍາມຮູບເລຂາຄະນິດ ຄຳວ່າ “ລ່ຽມ” ລ້ວນແຕ່ໃຊ້ “ລ” ມີສຽງຕໍ່າ ເປັນຕົວແກນ.
ນິຍາມຂອງຄຳນີ້ຈະຂໍອະທິບາຍດັ່ງນີ້:
ລ່ຽມ ເປັນຄຳນາມ ແປວ່າ ບ່ອນທີ່ເປັນຄົມ, ບ່ອນທີ່ເປັນແຈ, ເງື່ອນງຳ, ວິທີເລິກແລບ. ເປັນຄຳຄຸນນາມແປວ່າ ຄົມ, ແຄມ, ແຫຼມ.
ປາກົດໃຫ້ເຫັນການນຳໃຊ້ຕາມບໍລິບົດຕ່າງໆເຊັ່ນ ຮູບສາມລ່ຽມ, ຮູບສີ່ລ່ຽມ, ໜ້າລ່ຽມ, ໄມ້ລ່ຽມ, ລ່ຽມເສົາ, ລ່ຽມຫີນ….
ນອກຈາກນີ້ຍັງມີຄຳວ່າ ເລ່ລ່ຽມ, ລ່ຽມກົນອຸບາຍ, ຄົນຫຼາຍລ່ຽມ, ພິກລ່ຽມ…
ບໍ່ປາກົດມີຄຳວ່າ “ຫຼ່ຽມ” ທີ່ອະທິບາຍແບບນີ້
ແຕ່ເປັນຫຍັງສັງຄົມຈຶ່ງນຳຄຳນີ້ໃຊ້ຜິດເປັນ “ຫຼ່ຽມ” ດັ່ງທີ່ປາກົດໃຫ້ເຫັນຫຼາຍທີ່ສຸດແມ່ນ “ສາມລ່ຽມຄຳ” ເປັນ “ສາມຫຼ່ຽມຄຳ”, “ສາມລ່ຽມເສດຖະກິດ” ເປັນ “ສາມຫຼ່ຽມເສດຖະກິດ”
ເວົ້າລາວກັນຖ້າໃຫ້ສັນນິຖານກໍບໍ່ເວັ້ນການເສບສື່ໄທດັ່ງທີ່ເຄີຍເວົ້າກັນມາເນື່ອງຈາກພາສາໄທໃຊ້ “หล” ເປັນຕົວແກນ “เหลี่ยม” ມີສຽງສູງ ຄຳທີ່ມັກປາກົດໃຫ້ເຫັນເຊັ່ນ เล่ห์เหลี่ยม, สี่เหลี่ยม, บอดี้การ์ดหน้าเหลี่ยม, สามเหลี่ยมทองคำ, สามเหลี่ยมพัฒนา…. ໂດຍ “เหลี่ยม” ມີຄຳອະທິບາຍໄວ້ດັ່ງດຽວກັບ “ລ່ຽມ” ໃນພາສາລາວ.ນອກຈາກນີ້ໃນພາສາໄທຍັງມີຄຳທີ່ໃຊ້ “ລ” ເປັນຕົວແກນໂດຍອະທິບາຍວ່າ “เลี่ยม” ໝາຍເຖິງ ທຳຂອບ, ຂຶ້ນຂອບ, ຫຸ້ມ ເຊັ່ນ ລ່ຽມພະ, ລ່ຽມຕະພາດ, ລ່ຽມຖ້ວຍ, ລ່ຽມປ້ານ….
ຖ້າຖາມວ່າເປັນຫຍັງຈຶ່ງໃຊ້ຕົວແກນທີ່ມີສຽງຕໍ່າ-ສູງຕ່າງກັນ?
ນນີ້ຕ້ອງແມ່ນຂຶ້ນກັບຈັງຫວະການອອກສຽງ ແລະການເນັ້ນສຳນຽງໃຫ້ເຂົ້າກັບພາສາ ແລະຂຶ້ນກັບນັກພາສາສາດທີ່ວິເຄາະອອກມາແລ້ວຂຽນຕາມການອອກສຽງ.
ພາສາລາວມາຮຽນຮູ້ການນຳໃຊ້ຄຳ “ລ່ຽມ” ບໍ່ແມ່ນ “ຫຼ່ຽມ”ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์