01 Oct
01Oct

ອະທິບາຍຄວາມໝາຍຂອງຄຳວ່າ ຂຸ້ນ ແລະ ຄຸ້ນ ໃນພາສາລາວ.

ພາສາລາວໃນຕອນນີ້ຈະເອົາຄໍາສັບທີ່ອອກສຽງຄ້າຍຄືກັນ, ເປັນຄຳທີ່ຫລາຍຄົນຍັງໃຊ້ຜິດໃຊ້ຖືກຢູ່ນັ້ນກໍຄືຄໍາວ່າ: ຂຸ້ນ ແລະ ຄຸ້ນ ເຊິງສອງຄໍານີ້ແມ່ນຖ້າຈະເວົ້າເຖິງການອອກສຽງແມ່ນຄ້າຍຄືກັນ ຕ່າງແຕ່ສຽງສູງ ແລະ ສຽງຕ່ຳ ອາດຍ້ອນວ່າແຕ່ລະເຂດຈະໃຊ້ຄຳເວົ້າສຳນຽງບໍ່ຄືກັນເລີຍເຮັດໃຫ້ບາງຄົນຍັງໃຊ້ຜິດພາດກັນຢູ່, ໃນບົດນີ້ຈະອີງຕາມວັດຈະນານຸກົມມາອະທິບາຍ ແລະ ໃຫ້ຄວາມໝາຍຂອງແຕ່ລະຄຳດັ່ງນີ້.

ຄຳວ່າ ຂຸ້ນ

ມີຄວາມໝາຍວ່າ ວຸ່ນວາຍ, ຂ້ຽວເຂັນ, ຄົນທີ່ຖືກຜູ້ມີອຳນາດຂົ່ມຂູ່ຂ້ຽວເຂັນໃຫ້ເກີດມີຄວາມວຸ້ນວາຍເອີ້ນວ່າໃຈຂຸ້ນ, ຂຸ້ນຂ້ອງ, ເກືອບແຫ້ງ, ໃກ້ຈະແຫ້ງ, ນ້ຳມັນໝູຖືກຄວາມເຢັນມັນຈະຂຸ້ນເຂົ້າ ເອີ້ນວ່ານ້ຳມັນຂຸ້ນ, …

Kajaelao

ຕົວຢ່າງ:

ເຈົ້າຕົ້ມນ້ຳກະທິຂຸ້ນໝົດແລ້ວຕີ໋?

ຂ້ອຍກ່ຳລັງຂຸ້ນຂ້ຽວເຮັດວຽກ, ຫົວຫນ້າເລັ່ງສົ່ງລາຍງານມື້ນີ້.

ໃກ້ຊິໝົດເວລາໃນການສອບເສັງແລ້ວ, ຂ້ອຍຂຸ້ນຂ້ຽວເຮັດບົດເສັງໃຫ້ແລ້ວ.

ຄໍາວ່າ ຄຸ້ນ.

ມີຄວາມໝາຍວ່າ ບໍ່ແຄະ, ຮູ້, ບໍ່ແຫ, ງົວຄວາຍທີ່ເຮົາຝຶກແອບຈົນຮູ້ຄວາມ, ເຊື້ອງ

ຕົວຢ່າງ:

ໂອຄວາຍຂ້ອຍຈັງແມ່ນແຫ, ບາດຄວາຍເຈົ້າແລ້ວຄຸ້ນແທ້ເນາະ.

ໄກ່ໂຕນີ້ໄລ່ຈັ່ງໃດກໍບໍ່ໜີຈັງແມ່ນຄຸ້ນແທ້.

ການນຳໃຊ້ ຄຳວ່າ ຂຸ້ນ ແລະ ຄຸ້ນ ມີຄວາມໝາຍຕ່າງກັນແນວໃດ?


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo 


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING