ອະທິບາຍຄວາມໝາຍຂອງ ສຳມະນາ ໃນພາສາລາວ.
ໃນພາສາລາວ ແລະ ພາສາໄທ ມີຫລາຍໆຄຳທີ່ອ່ານອອກສຽງແບບດຽວ ແລະ ຄວາມໝາຍກໍ່ຄ້າຍຄືກັນ ແລະ ຄຳວ່າ ສໍາມະນາ(ສັມມະນາ-สัมมมา) ໃນການຂຽນຈະມີຄວາມແຕກຕ່າງກັນເລັກນ້ອຍ, ແຕ່ການຂຽນພາສາໄທ ຄ້າຍຄືກັບພາສາລາວເດີມ ຕ່າງແຕ່ໜັງສືລາວຕົວກົມ,ໜັງສືໄທຕົວລ່ຽມ ແລະ ທັງສອງພາສາມີຄວາມໝາຍແບບດຽວກັນລວມທັງການອອກສຽງທີ່ຄືກັນອີກດ້ວຍ, ເຮົາຈະມາເວົ້າເພີ່ມຕື່ມໃຫ້ລະອຽດອີກດັ່ງນີ້.
ຄວາມໝາຍຂອງຄຳວ່າ ສຳມະນາ.
ຖ້າຈະເວົ້າຄວາມໝາຍຂອງຄຳວ່າ ສຳມະນາ ຫລາຍໆຄົນຄົງຈະເຂົ້າໃຈຄວາມໝາຍຂອງມັນໃນຫົວຢູ່ພໍປະມານແຕ່ໃນທີ່ນີ້ຂ້າພະເຈົ້າຈະຂໍໃຫ້ຄວາມໝາຍທີ່ອາດຈະຄືກັນກັບຫລາຍໆຄົນ ຫລື ອາດຈະບໍ່ຄືກັນ 100% ແຕ່ກໍ່ລອງມາຂະຫຍາຍຄວາມໃຫ້ລະອຽດນຳກັນດັ່ງນີ້, ສຳມະນາ: ໝາຍເຖິງ ກອງປະຊຸມ ເຊິ່ງມີຈຸດປະສົງເພື່ອແລກປ່ຽນຄວາມຮູ້ ຄວາມຄິດເຫັນ ແລະ ສົນທະນາໃນຫົວຂໍ້ໃດໜຶ່ງ ຊອກຫາຂໍ້ສະຫລຸບ ຫລື ຄຳສະເໜີແນະນຳ ໃນເລື່ອງໃດເລື່ຶອງໜຶ່ງ, ຜົນສະຫລຸບທີ່ໄດ້ຖືວ່າເປັນຂໍ້ສະເໜີແນະນຳ ໃຫ້ພາກສ່ວນທີ່ກ່ຽວຂ້ອງໄປປະຕິບັດ ຫຼື ບໍ່ປະຕິບັດກໍ່ຕາມ.
ເວົ້າລາວກັນຕົວຢ່າງ.ການສຳມະນາການສຶກສານອກໂຮງຮຽນ(ປະຊາສຶກສາ) ໝາຍຄວາມວ່າເອົາປະຊາຊົນທີ່ຍັງບໍ່ໄດ້ຮຽນໜັງສືໃນສາຍສາມັນ ມາບໍາລຸງຮຽນຄືນໃຫ້ມີໃບຢັງຢືນ ຫຼື ປະກາສະນີຍະບັດ ໃນສາຍສາມັນ ຫລື ໃນລະດັບຄວາມຮູ້ຕ່າງໆ.
ການປະຊຸມທາງວິຊາການ ເພື່ອປຶກສາຫາລື ໃນການດໍາເນີນງານຢ່າງໃດຢ່າງໜຶ່ງ ເຊັ່ນ: ສໍາມະນາໂຄງການພັດທະນາຄວາມຮ່ວມມືທາງດ້ານເສດຖະກິດໃນພູມີພາກລຸ່ມແມ່ນໍ້າຂອງ ຄື ການຫາລືດ້ານວຽກງານເສດຖະກິດຂອງ 6 ປະເທດລຸ່ມແມ່ນໍ້າຂອງຄື: ໄທ, ພະມ້າ, ລາວ, ຈີນ(ຢູນນານ), ກໍາປູຊາ ແລະ ຫວຽດນາມ.
+ຈຸດປະສົງຂອງການສຳມະນາ:- ເພື່ອເປັນການຝຶກອົບຮົມ, ການປະຕິບັດ, ການຊີ້ແຈງ, ການແນະນຳ, ການສອນ ຫລື ການປູກຈິດສຳນຶກ ແລະ ຄຳແນະນຳ ໃນເລື່ອງທີ່ກ່ຽວຂ້ອງກັບຫົວຂໍ້ເຫດການ.
- ເພື່ອພິຈາລະນາ, ສຳຫຼວດ, ກວດກາບັນຫາຕ່າງໆ ຫຼື ຫຼາຍບັນຫາ ເພື່ອເຂົ້າໃຈເຖິງປະເດັນຕ່າງໆທີ່ກົງກັນຫຼື ກົງກັບ ວຽກງານ.
- ເພື່ອ ນຳສະເໜີ ຂໍ້ມູນທີ່ໜ້າສົນໃຈ ທັນສະໄໝ ແລະ ເໝາະສົມກັບສະຖານະການ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້ ແລະ ຄວາມເຂົ້າໃຈ ປຸກລະດົມຄວາມຄິດ ເພື່ອຕັດສິນໃຈ ຫຼື ກຳນົດນະໂຍບາຍ ກຳນົດແນວທາງໃນການຈັດຕັ້ງປະຕິບັດ.
- ເພື່ອຊອກຫາຂໍ້ຕົກລົງຮ່ວກັນ ດ້ວຍວິທີການສົນທະນາ ແລກປ່ຽນຄວາມຄິດເຫັນຢ່າງເສລີ ຊັກ – ຖາມ, ຖົກຖຽງ ແລະ ສົນທະນາພາຍໃຕ້ຫົວຂໍ້ທີ່ລະບຸໄວ້.
ພາສາລາວຄຳວ່າ ສຳມະນາ ມີຄວາມໝາຍວ່າແນວໃດ ?ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์