05 Jul
05Jul

ອະທິບາຍຄຳສັບກ່ຽວກັບການ ເບິ່ງ ໃນພາສາລາວ.

    ຄຳໃນພາສາລາວກໍ່ອາດຈະຄ້າຍຄືກັບພາສອື່ນໆບາງປະເທດໂດຍສະເພາະແມ່ນພາສາລາວ ແລະ ພາສາໄທ, ໃນພາສາລາວຄຳວ່າ ເບິ່ງ ນັ້ນ ສາມາດແຍກອອກເປັນຫລາຍແບບ ແລະ ສາມາດເວົ້າໄດ້ຫລາກຫລາຍຄຳທີ່ແຕກຕ່າງກັນໄປແຕ່ມີຄວາມໝາຍອັນດຽວກັນ ຄື ການເບິ່ງ ຫລື ການເຫັນແຕ່ໃນການນຳໃຊ້ອາດຈະແລ້ວແຕ່ເຫດການຫລື ສະຖານະການເວລານັ້ນເຊິ່ງມີລັກສະນະຕ່າງໆດັ່ງຕໍ່ໄປນີ້.
DooDiDo      ເຮົາຈະມາເວົ້າແຕ່ລະຄຳທີ່ມີຄວາມໝາຍອັນດຽວກັນ ຫລື ຄ້າຍຄືກັນທີ່ສຸດກັບຄຳວ່າ ເບິ່ງ ເຊິ່ງເຮົາຈະມີຫລາຍເຕີບແຕ່ອາດຈະຍັງຄົງຂາດຕົກຢຸ່ບາງຄຳແຕ່ພຽງເທົ່ານີ້ກໍ່ໜ້າຈະເຮັດໃຫ້ຫລາຍໆຄົນເຂົ້າໃຈຫລາຍແລ້ວ, ເຊິ່ງລາຍລະອຽດລຸ່ມນີ້ຂ້າພະເຈົ້າໄດ້ນຳເອົາມາຈາກ ເພຈ ແລະ ເວັບໄຊ ປ່ອງຢ້ຽມພາສາລາວທີ່ພວກເພີນໄດ້ອະທິບາຍໄວ້ດີ ແລະ ລະອຽດຫລາຍເພາະຂ້າພະເຈົ້າເອງກໍ່ເປັນໜຶ່ງໃນສະມະສິກຕິດຕາມທາງເພຈຂອງ ປ່ອງຢ້ຽມພາສາລາວມາຕະຫລອດ ແລະ ໄດ້ນຳມາເວົ້າ ສົ່ງຕໍ່ໃຫ້ຫລາຍໆທ່ານທີ່ຍັງຕ້ອງການສືກສາພາສາລາວໃຫ້ລະອຽດ ແລະ ຖືກຕ້ອງໄດ້ຮູ້ນຳກັນ.
ຄຳທີ່ມີຄວາມໝາຍຄ້າຍຄືກັນກັບ ເບິ່ງ.ຈອບ : ຄືການລັກເບິ່ງແບບບໍ່ໃຫ້ຄົນອື່ນຮູ້ ເຫັນບໍ່ເຕັມເມັດເຕັມໜ່ວຍ
ຈ້ອງ : ຕັ້ງໃຈເບິ່ງຢ່າງຈົດຈໍ່ ເຫັນຄັກເຫັນແນ່
ສິ້ງ : ເບິ່ງດ້ວຍຄວາມຕັ້ງໃຈແບບສັງເກດ
ສ່ອງ : ລີ້ຢູ່ບ່ອນລັບເບິ່ງ, ເບິ່ງໃນປ່ອງໃນຮູ
ຊອມ : ເບິ່ງຫ່າງໆເຫີນໆ
ດູ : ເບິ່ງແບບເພີນໆ ແຕ່ເຫັນດີ
ແຍງ : ເບິ່ງແລ້ວເບິ່ງອີກແບບບໍ່ພັບຕາ
ເວົ້າລະອຽດກ່ຽວກັບຄຳສັບກ່ຽວກັບການ ເບິ່ງ ໃນພາສາລາວ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING