ອະທິບາຍຄໍາວ່າ ຂັ້ນໄດ ແລະ ຂັ້ນໃດ ມີຄວາມໝາຍແນວໃດ?
ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍທີ່ແຕກຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນບົດນີ້ຈະຍົກເອົາຄໍາວ່າ: ຂັ້ນໄດ ແລະ ຂັ້ນໃດ ມາອະທິບາຍ ເຊິງສອງຄໍາຫຼາຍຄົນອາດຈະຫລົງກັນ, ເພື່ອຄວາມຖືກຕ້ອງ ແລະ ເປັນເອກະພາບກັນ ເຮົາຈະມາອະທິບາຍຄວາມໝາຍຂອງແຕ່ລະຄຳໂດຍການອ້າງອີງຈາກວັດຈະນານຸກົມລາວທີ່ຄົ້ນພົບ.
DooDiDoຄຳວ່າ ຂັ້ນໄດ
ຂັ້ນໄດ ໝາຍເຖິງອົງປະກອບຂອງເຮືອນ, ຕຶກ-ອາຄານ ໃຊ້ສຳລັບເປັນບ່ອນຂຶ້ນ-ລົງແຕ່ລະຊັ້ນ, ຂື້ນ ຫລື ລົງ ຈາກຊັ້ນໜຶ່ງຫາຊັ້ນໜຶ່ງ, ລັກສະນະເປັນຂັ້ນໆ ພໍດີບາດຍ່າງ.
ຕົວຢ່າງ:ຢູ່ຂັ້ນໄດ ໝາຍເຖິງຢືນຢູ່ຂັ້ນໄດພວມຊິຂຶ້ນ-ລົງ.
ມານັງຢູ່ຂັ້ນໄດນຳຂ້ອຍພີ້ນະ.
ຄໍາວ່າ ຂັ້ນໃດ.
ຂັ້ນໃດ? ໝາຍເຖິງຄຳຖາມທີ່ຢາກຮູ້ກ່ຽວກັບລຳດັບ, ໝາຍເຖິງຢູ່ຈຸດໃດແລ້ວ, ລະດັບໃດແລ້ວ.
ຕົວຢ່າງ:ເຈົ້າຮຽນເຮັດໂປຣແກຣມຮອດຂັ້ນໃດແລ້ວ?
ເຈົ້າຄົບກັບລາວຮອດຂັ້ນໃດ?
ການຮຽນຂອງເຈົ້າໄປຮອດຂັ້ນໃດແລ້ວ?
ຄໍາວ່າ ຂັ້ນໄດ ແລະ ຂັ້ນໃດ ມີຄວາມໝາຍອັນດຽວກັນບໍ່?ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์