18 May
18May

ອະທິບາຍຄໍາວ່າ: ບາສີ ກັບຄວາມໝາຍໃນພາສາລາວ

ສູ່­ຂວັນ ແລະ ບາ­ສີ ແມ່ນພິ­ທີ­ກຳທາງຮີດ­ຄອງປະ­ເພ­ນີລາວ ເຊິ່ງມີມາແຕ່ບູ­ຮານນະການ ມີຄວາມໝາຍອັນດຽວກັນ ແຕ່ໃຊ້ບໍ່ເໝືອນກັນ ເພາະຄຳວ່າສູ່­ຂວັນ ແມ່ນໃຊ້ກັບບຸກ­ຄົນທຳມະດາສາ­ມັນທົ່ວໄປ ແຕ່ຄຳວ່າບາ­ສີ ແມ່ນໃຊ້ກັບບຸກ­ຄົນຊັ້ນສູງທີ່ມີຖາ­ນະຕຳ­ແໜ່ງ ເປັນເຈົ້າຄົນນາຍຄົນ ຫຼື ມີຖາ­ນັນ­ດອນສັກເປັນຜູ້ໃຫຍ່ໄມ້ສູງ

ພິທີບາສີສູ່ຂວັນ ບາງຄັ້ງເອີ້ນວ່າພິທີ ບາສີ, ພິທີສູ່ຂວັນ (พิธีบายศรีสู่ขวัญ), ພິທີຮັບຂວັນ(พิธีรับขวัญ), ພິທີຖະຫວາຍທູບທຽນ, ແມ່ນປະເພນີຂອງຊາວໄທ ແລະ ລາວດ້ວຍຄວາມເຊື່ອຖືວ່າ ທຸກຄົນເກີດມາພ້ອມກັບນາມມະທໍາທີ່ບໍ່ມີຕົວຕົນມີຊື່ວ່າ: “ຂວັນ” ເຊິ່ງມີ ໜ້າ ທີ່ຮັບຜິດຊອບໃນການຮັກສາຊີວິດ ແລະ ຕິດຕາມເຈົ້າຂອງໄປທຸກຫົນທຸກແຫ່ງ. ພິທີດັ່ງກ່າວແມ່ນເປັນການເຊື້ອເຊີນເອົາຂວັນທີ່ຫລົບ ໜີໄປ ໃຫ້ເຂົ້າມາຢູ່ກັບເນື້ອກັບຕົວ ແລະ ເຊື່ອວ່າມັນເປັນການເສີມສ້າງພະລັງໃຈໃຫ້ເຂັ້ມແຂງ ມີສະຕິ ແລະ ບໍ່ປະໝາດ

ຕາມປະ­ເພ­ນີລາວ ການສູ່­ຂວັນຍັງໃຊ້ໃນຫຼາຍກໍ­ລະ­ນີທີ່ຕິດພັນກັບການດຳ­ລົງຊີ­ວິດຂອງຄົນລາວ ເປັນ­ຕົ້ນ ການສູ່­ຂວັນຂຶ້ນເຮືອນໃໝ່ ການສູ່­ຂວັນແຕ່ງ­ດອງໃໝ່ ການສູ່­ຂວັນອອກກຳໃໝ່ ຄົນເຈັບໜັກທີ່ເຊົາໃໝ່ ການສູ່­ຂວັນເລົ້າເຂົ້າ ການສູ່­ຂວັນກວຽນ ການສູ່­ຂວັນງົວ-ຄວາຍ ການສູ່­ຂວັນຜູ້ເຖົ້າ ການສູ່­ຂວັນໃນໂອ­ກາດວັນຂຶ້ນປີໃໝ່ ການບາ­ສີພຣະສົງອົງ­ຄະເຈົ້າ ການບາ­ສີແຂກມາຢ້ຽມ­ຢາມ ການບາ­ສີເຈົ້າ­ເມືອງ ເຈົ້າ­ແຂວງ-ລັດ­ຖະ­ມົນ­ຕີ ແລະ ຂັ້ນສູງອື່ນໆມາຢ້ຽມ­ຢາມ ເປັນ­ຕົ້ນ.

ພາສາລາວຕອນນີ້ມາທໍາຄວາມເຂົ້າໃຈກັບຄໍາວ່າ: ບາສີ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING