20 Sep
20Sep

ອະທິບາຍຄໍາວ່າ ປຸກລະດົມ ມີຄວາມໝາຍແນວໃດ?

    ການທີ່ເຮົາຈະຂົນຂວາຍຊັກຊວນໃຫ້ປະຊາຊົນ ຫລື ໝູ່ເພືອນ ຫລື ບຸກຄົນຕ່າງໆ ເພື່ອໃຫ້ເຂົ້າຮ່ວມໃນງານ ຫລື ພິທີໃດໜຶ່ງໃນພາສາລາວຈະໃຊ້ຄຳໃດຈິ່ງຈະເໝາະສົມ ແລະ ຈະສະກົດຄຳແບບໃດໃຫ້ຖືກຕ້ອງຕາມຫລັກໄວຍາກອນຂອງພາສາລາວນັ້ນເຮົາຈະມາຮູ້ຈັກຄຳນີ້ນຳກັນ ແລະ ເວົ້າລາຍລະອຽດພ້ອມຍົກຕົວຢ່າງໃຫ້ເຫັນໄປນຳກັນເລີຍ.  ໃນພາສາລາວສ່ວນຫຼາຍການທີ່ຈະໃຊ້ຄຳທີມີຄວາມໝາຍໃນການຂົນຂວາຍຊັກຊວນນີ້ຖ້າຈະໃຫ້ຖືກຕາມຄວາມໝາຍນັ້ນແມ່ນຈະມີຄໍາທີ່ວ່າ ປຸກລະດົມ ແລະ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໄວ້ຈ່ຳນວນໜຶ່ງ, ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວ ດັ່ງນີ້:
DooDiDo
ປຸກລະດົມ
ເປັນຄຳກຳມະ ແປວ່າ ປຸກໃຈໃຫ້ຮູ້, ຊັກຊວນ ໂດຍມີຈຸດ­ປະ­ສົງເພື່ອແຈ້ງ, ບອກໃຫ້ຮູ້, ເຂົ້າ­ໃຈ, ມີສະ­ຕິ ເພື່ອໃຫ້ຮູ້ຫຼືຕັດ­ສິນໃຈ ເຂົ້າຮ່ວມ… ແລະ ມີຄວາມໝາຍໃກ້ຄຽງກັບ ຂົນ­ຂວາຍ ທີ່ເປັນຄຳວິ­ຊາການ ໂດຍສະ­ເພາະ ໃນຂົງ­ເຂດກົດ­ໝາຍ, ການປົກ­ຄອງ… ຈຶ່ງພົບເຫັນມີການບັນ­ຍັດໄວ້ໃນວັດ­ຈະ­ນາ­ນຸ­ກົມແລ້ວ ຈຶ່ງໄດ້ໃຊ້ເປັນທາງການ.
ຕົວ­ຢ່າງ:
ພັກໄດ້ປຸກ­ລະ­ດົມປະ­ຊາ­ຊົນທຸກຊົນ­ເຜົ່າ ເຂົ້າຮ່ວມການປະ­ຕິ­ວັດ.
ປຸກ­ລະ­ດົມຊາວໜຸ່ມ ເຂົ້າຮ່ວມການພັດ­ທະ­ນາສ້າງ­ສາ.
ລັດ­ຖະ­ບານໄດ້ປຸກ­ລະ­ດົມມວນຊົນລາວ ໃຫ້ສາ­ມັກ­ຄີກັນ.

ຄໍາວ່າ ປຸກລະດົມ ມີຄວາມໝາຍໃນພາສາລາວແນວໃດ?


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING