16 May
16May

ອະທິບາຍຄໍາວ່າ ພະລັງງານ ແລະ ຄວາມໝາຍຂອງຄຳ

ພາສາລາວມີຫລາຍໆຄຳ ທີ່ຄ້າຍຄື ແລະ ໃກ້ຄຽງກັບພາສາໄທເຊິງຖ້າຫາກເວົ້າຂື້ນມາປະຊາຊົນທັງສອງຝັ່ງຂອງສາມາດຮູ້ໄດ້ເຖິງຄວາມໝາຍ ແລະ ເຂົ້າໃຈໄດ້, ແລະ ຄຳນີ້ກໍ່ໜ້າຈະເປັນຄຳໜືງທີ່ຄືກັນທັງຄວາມໝາຍ ແລະ ພາສາເວົ້າ.

ພາສາລາວ ກັບ ພາສາໄທ ຄໍາວ່າ: ພະລັງງານ (พลังงาน) ທັງການອອກສຽງ ແລະ ການແປຄວາມໝາຍໄປທາງແນວດຽວກັນ ໃນນີ້ພະລັງງານພາສາລາວມີຄວາມໝາຍວ່າ: ເປັນກໍາລັງທີ່ໃຊ້ໃຫ້ເກີດປະໂຫຍດໄດ້,ແມ່ນກໍາລັງແຮງທີ່ສະແດງຕົວອອກໃນທາງຟີຊິກ ໝາຍເຖິງແຮງຕ່າງໆທີ່ເຮັດໃຫ້ມີການເຄື່ອນທີ່ເໜັງຕີງ ຫຼື ຮູບການທຽບເທົ່າອື່ນໆເຊັ່ນ: ໃຫ້ຄວາມຮ້ອນ ຫຼື ແສງສະຫວ່າງ.

ພະລັງງານມີຫຼາຍຊະນິດເຊັ່ນ:ພະລັງງານໄຟຟ້າ,ພະລັງງານປະລາມະນູ,ພະລັງງານແສງແດດ(ພະລັງງານແສງອາທິດ),ພະລັງງານນໍ້າຕົກ,ພະລັງງານເຄມີ,ພະລັງງານໄບໂອເຄມີ,ພະລັງງານແຄລໍຣີ. ພະລັງງານຊະນິດໜຶ່ງສາມາດນໍາໃຊ້ ແລະ ປ່ຽນຮູບເພື່ອນໍາໃຊ້ເຊັ່ນ: ພະລັງງານໄຟຟ້າປ່ຽນເປັນພະລັງງານອຸນຫະພູມຫຼືແສງ(ເຕົາລີດໄຟຟ້າ,ດອກໄຟ) ພະລັງງານແຕ່ລະຊະນິດມີຫົວໜ່ວຍວັດແທກຕ່າງກັນແຕ່ສາມາດຄິດໄລ່ທຽບເທົ່າກັນໄດ້.

ມາຮູ້ຈັກກັບຄໍາວ່າ ພະລັງງານ ແລະ ຄວາມໝາຍຂອງຄຳ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING