ຄຳວ່າ ພະລະທີ່ມີ “ພະ” ນຳໜ້າ ໃຫ້ຈື່ວ່າເປັນຄຳທີ່ໝາຍເຖິງ ການໃຊ້ກຳລັງ, ເຫື່ອແຮງ, ກຳລັງແຮງ ເຊັ່ນ: ພະລະສຶກສາ, ວິຊາພະລະ, ພະລະກຳລັງ, ພະລານາໄມ, ພະລະ…. ເຮົາມັກໄດ້ຍິນຄູບາອາຈານໃຫ້ພອນວ່າ “ອາຍຸ ວັນນະ ສຸຂະ ພະລະ ຫຼື ພະລັງ”.
ພະລະ ຍັງມີຄວາມໝາຍວ່າ “ຄົນ” ແຕ່ແປງມາເປັນ “ພົນ” ເຊັ່ນ ຈຳນວນພົນ, ພົນລະເມືອງ…
ຕົວຢ່າງ:ການທີ່ຈະຫລິ້ນກິລາເຕະບານນີ້, ຖ້າຂາພະລະກ່ຳລັງກໍຈະຫລິ້ນດົນບໍ່ໄດ້.
ເຫັນລູກເວົ້າບໍ່ຟັງແມ່ເລີຍໝົດພະລະກຳລັງຈະບອກສອນລູກຕໍ່ໄປ.
ຄໍາວ່າ ພາລະ.
ມີ “ພາ” ນຳໜ້າ ໃຫ້ຈື່ວ່າເປັນຄຳທີ່ໝາຍເຖິງວຽກງານ, ສິ່ງທີ່ຕ້ອງເຮັດ, ໜ້າທີ່… ເຊັ່ນ: ພາລະກິດ, ມີພາລະຫຼາຍ, ເປັນພາລະ, ພາລະບົດບາດ, ພາລະຂອງຄູ, ພໍ່ແມ່ມີພາລະຕ້ອງເບິ່ງແຍງລູກເຕົ້າ.ພາສາໄທຂຽນ “ภาระ”
ພາລະ ຍັງມີຄວາມໝາຍວ່າ “ຄົນຊົ່ວ” ແຕ່ແປງມາເປັນ “ພານ” ເອີ້ນວ່າ ຄົນພານ… (พาล)
ຕົວຢ່າງ:ຕັ້ງໃຈຮຽນເດີ, ບາດຈົບມາມີວຽກງານເຮັດຈຶ່ງບໍ່ເປັນພາລະຂອງພໍ່ແມ່.
ມື້ນີ້ທິມງານເຮົາມີພາລະກິດອີ່ຫຍັງແດ່?
ຄໍາວ່າ ພະລະ ແລະ ພາລະ ມີຄວາມໝາຍແນວໃດໃນພາສາລາວ?