ອະທິບາຍຄໍາວ່າ: ສາງ ກັບ ຊາງ ພາສາລາວມີຄວາມໝາຍວ່າແນວໃດ ?
ຄົນຕ່າງຊາດທີ່ມາຮຽນພາສາລາວບາງເທື່ອອາດຈະມີຄວາມສັບສົນໃນການຟັງ ແລະ ການອອກສຽງພະຍັນຊະນະສຽງສູງ ກັບ ສຽງຕໍ່າ ດັ່ງ “ສ” ກັບ “ຊ” ບາງຄົນອາດຈະຄິດວ່າອອກສຽງຄືກັນແຕ່ຄວາມຈິງມີຄວາມແຕກຕ່າງກັນໃນການອອກສຽງ.

ຄວາມໝາຍຂອງຄໍາວ່າ: ສາງ ກັບ ຊາງ ມີຄວາມໝາຍແຕກຕ່າງກັນໄປຄົນລະຄວາມໝາຍເຊັ່ນ:
ສາງ ມີຫຼາຍຄວາມໝາຍຄື:
ສະຖານທີ່ ຫຼື ເຮືອນໃຫຍ່ ທີ່ໃຊ້ເກັບ ຫຼື ກັກມ້ຽນວັດຖຸສິ່ງຂອງຈໍານວນຫຼວງຫຼາຍ ເພື່ອນໍາເອົາໄປໃຊ້ເທື່ອລະນ້ອຍ ຫຼື ຫຼາຍຕາມຄວາມຕ້ອງການ ເຊັ່ນ: ສາງເຂົ້າ,ສາງນໍ້າມັນ,ສາງເກັບສິນຄ້າ,ສາງອາວຸດ…
ຜີ,ຜີແກ່(ຜີສາງຄາງແດງ),ເສືອໃຫຍ່.
ຫວີ ເປັນວັດຖຸທີ່ມີແຂ້ວ ເພື່ອເອົາໄວ້ຂູດຂອງເປັນເສັ້ນ ເຊັ່ນ: ເສັ້ນຜົມ,ເສັ້ນຝ້າຍ ເອົາມາຂູດ ມາຫວີ ມາສາງ ເຮັດໃຫ້ສິ່ງທີ່ເປັນເສັ້ນແຍກອອກຈາກກັນຢ່າງເປັນລະບຽບ ບໍ່ຫຍຸ້ງ ບໍ່ພັນກັນ ຕົວຢ່າງ: ຫຍ້າຄາກ່ອນທີ່ຈະເອົາມາໃຊ້ມຸງຫຼັງຄາຕ້ອງກ່ຽວເອົາມາຕາກແດດໃຫ້ແຫ້ງແລ້ວຈຶ່ງເອົາມາສາງ ຫຼື ແຍກອອກຈາກກັນ ໃຫ້ເປັນລະບຽບເສຍກ່ອນ ກ່ອນມາໄພມາໃຊ້…
ພາສາລາວຄໍາວ່າ: ສາງ ກັບ ຊາງ ມີຄວາມໝາຍວ່າແນວໃດ ?ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido