12 Sep
12Sep

ອະທິບາຍຄຳວ່າ ຊີ້ນົກເປັນນົກ ຊີ້ກາເປັນກາ ມີຄວາມໝາຍແນວໃດ?

ໃນພາສາລາວກໍມີຫຼາກຫຼາຍຄໍາເວົ້າທີ່ໃຊ້ເປັນຄໍາປຽບເປີຍໃນການໃຊ້ຊີວິດຫຼາຍໆດ້ານ ເຊິ່ງເຮົາເອີ້ນວ່າ “ຄໍາສຸພາສິດ”, ຄໍາສຸພາສິດເປັນຄໍາເວົ້າສັ້ນໆແຕ່ເຊື່ອງຊ້ອນດ້ວຍເນື້ອໃນໃຈຄວາມທີ່ເລິກເຊິ່ງ, ໃຊ້ປຽບເປີຍການກະທໍາໃດໜຶ່ງຂອງຄົນ, ເຊິ່ງຄົນລາວສະໄໝກ່ອນນິຍົມໃຊ້ຄໍາສຸພາສິດເປັນສ່ວນຫຼາຍໃນບົດສົນທະນາ ແລະ ໃນການຂຽນບົດຄວາມຕ່າງໆ, ແຕ່ໃນປະຈຸບັນນີ້ ໂລກປ່ຽນໄປ ການນໍາໃຊ້ພາສາກໍມີການປັບປ່ຽນໄປຕາມຍຸກສະໄໝ, ເຊິ່ງໃນຍຸກໂລກາພິວັດນີ້ຄົນສ່ວນຫຼາຍຈະລະເລີຍການນໍາໃຊ້ຄໍາສັບທີ່ຫຍຸ້ງຍາກ ໂດຍສະເພາະຄໍາສຸພາສິດ ທີ່ຕ້ອງມານັ່ງຕີຄວາມໝາຍທີ່ຊັບຊ້ອນຂອງມັນ. ດ້ວຍເຫດນັ້ນ, ຈຶ່ງເຮັດໃຫ້ຄໍາສຸພາສິດໃນພາສາລາວຄ່ອຍໆຖືລືມໄປເທື່ອລະນ້ອຍ.
DooDiDo
    ສະນັ້ນ, ເພື່ອເປັນການອະນຸລັກຮັກສາຄວາມເປັນເອກະລັກຂອງພາສາລາວໄວ້ ແລະ ເພື່ອບໍ່ໃຫ້ຄົນລຸ້ນຫຼັງລືມຄໍາສຸພາສິດໃນພາສາລາວ, ໃນບົດຄວາມນີ້ເຮົາຈຶ່ງຍົກເອົາຄໍາສຸພາສິດບົດໜຶ່ງຂຶ້ນມາ ເພື່ອຕີຄວາມໝາຍ ແລະ ຍົກຕົວຢ່າງນໍາໃຊ້ ຄືຄໍາວ່າ: “ຊີ້ນົກເປັນນົກ ຊີ້ກາເປັນກາ”.
ຄໍາວ່າ “ຊີ້ນົກເປັນນົກ ຊີ້ກາເປັນກາ” ໃຊ້ເປັນຄໍາກໍາມະ ຫຼື ຄໍາກິລິຍາ ໝາຍເຖິງ ບໍ່ວ່າຜູ້ໃຫຍ່ທີ່ມີອໍານາດວາດສະໜາວ່າແນວໃດ ຜູ້ນ້ອຍກໍລົງຄ້ອຍຕາມໄປຢ່າງນັ້ນ ໂດຍບໍ່ຄໍານຶງເຖິງວ່າຜິດ ຫຼືຖືກ ເພາະຢ້ານກົວ ຫຼືເພາະຢາກປະຈົບປະແຈງ.
ຕົວຢ່າງ:
ໃນອົງການຈັດຕັ້ງໜຶ່ງມີທີການຍາດແຍ່ງຊີງເອົາຄວາມດີ ຫຼືເອົາຜົນງານ ຜູ້ເປັນລູກນ້ອງກໍມັກຈະປະຈົບປະແຈງຜູ້ເປັນນາຍ, ບໍ່ວ່ານາຍສັ່ງໃຫ້ເຮັດຫຍັງກໍຮີບຟ້າວເຮັດຕາມທັນທີ, ນັ້ນເອີ້ນວ່າ: “ຊີ້ນົກເປັນນົກ ຊີ້ກາເປັນກາ”.

ຄຳວ່າ ຊີ້ນົກເປັນນົກ ຊີ້ກາເປັນກາ ມີຄວາມໝາຍແນວໃດ?


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING