12 Sep
12Sep

ອະທິບາຍຄຳເວົ້າທີ່ວ່າ ສາວໄສ້ໃຫ້ກາກິນ ແລະ ເນື້ອໃນຂອງຄຳເວົ້ານີ້.

    ໃນການໃຊ້ຊີວິດປະຈໍາວັນຂອງຄົນເຮົາມີຫຼາກຫຼາຍຮູບແບບທີ່ແຕກຕ່າງກັນອອກໄປ ແລະ ກໍ່ມີການສົນທະນາກ່ຽວກັບຫຼາຍໆບັນຫາທີ່ເກີດຂຶ້ນໃນຊີວິດປະຈໍາວັນ, ບາງກຸ່ມຄົນກໍ່ໃຫ້ຄວາມສົນໃຈທາງດ້ານເສດຖະກິດ-ການເມືອງ, ບາງກຸ່ມຄົນໃຫ້ຄວາມສໍາຄັນບັນຫາສຸຂະພາບ ແລະ ກໍ່ມີກຸ່ມຄົນຈໍານວນໜຶ່ງທີ່ມັກຈົ່ມຂວັນນິນທາກັນ, ມັກເອົາເລື່ອງຂອງຜູ້ອື່ນໄປເລົ່າຕໍ່ໆກັນ ໂດຍມີການເພີ້ມເຕີມເສີມແຕ່ງໃຫ້ມີອັດທະລົດທີ່ເຂັ້ມຂຸ້ນ ແລະ ໜ້າຟັງ ຈົນບິດເບືອນຈາກຄວາມເປັນຈິງ.  
DooDiDo
    ເມື່ອເວົ້າເຖິງການນໍາໃຊ້ພາສາໃນແຕ່ລະບົດສົນທະນາມັນກໍ່ແຕກຕ່າງກັນອອກໄປ, ເຊິ່ງໃນພາສາລາວເຮົາໄດ້ມີຄໍາສຸພາສິດຫຼາຍໆຄໍາທີ່ໃຊ້ປຽບເປີຍການປະພຶດຂອງຄົນໃນແຕ່ລະປະເພດ, ເຊິ່ງຄົນສະໄໝແຕ່ກີ້ມັກຈະນໍາໃຊ້ຄໍາເຫຼົ່ານັ້ນເຂົ້າໄປໃນບົດເລື່ອງ, ບົດກອນ ແລະ ບົດຄວາມຕ່າໆ ເພື່ອໃຫ້ຜູ້ອ່ານໄດ້ຄົ້ນຄິດ ຊອກຫາຄວາມໝາຍທີ່ເຊື່ອງຊ້ອນຢູ່ໃນຄໍາສັບເຫຼົ່ານັ້ນ ເຊິ່ງມັນຖືວ່າເປັນສະເໜ່ຂອງການຂຽນບົດເລື່ອງເປັນຢ່າງດີ.ເຊັ່ນຄໍາສຸພາສິດທີ່ວ່າ: “ສາວໄສ້ໃຫ້ກາກິນ” ຄໍາເວົ້າດັ່ງກ່າວບໍ່ໄດ້ແປຄວາມໝາຍຕາມໂຕ, ແນ່ນອນມັນບໍ່ໄດ້ ໝາຍຄວາມວ່າຄົນຈົກເອົາໄສ້ຂອງຕົນໃຫ້ໂຕກາກິນໂດຍແທ້ ແຕ່ມັນເປັນຄໍາເວົ້າທີ່ໃຊ້ປຽບເປີຍ ຫຼືປຽບທຽບໃສ່ການກະທໍາຂອງຄົນ ເຊິ່ງມີຄວາມໝາຍດັ່ງນີ້:
ສາວໄສ້
ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ເປີດເຜີຍຄວາມຊົ່ວ, ເປີດເຜີຍຄວາມລັບ ຫຼືຄວາມເສຍຫາຍອອກໝົດ.
ສາວໄສ້ໃຫ້ກາກິນ
ກໍໝາຍເຖິງການເອົາຄວາມລັບຂອງຕົນ ຫຼືຂອງຝ່າຍຕົນ ໄປເປີດເຜີຍໃຫ້ຜູ້ອື່ນ ຫຼືຝ່າຍກົງກັນຂ້າມຮູ້, ຊຶ່ງມີຄວາມໝາຍຄ້າຍຄືກັບຄໍາສຸພາສິດໜຶ່ງທີ່ວ່າ: ໄຟໃນຢ່ານໍາອອກ ໄຟນອກຢ່ານໍາເຂົ້າ.
ປຽບທຽບເຖິງການສາວໄສ້ໃຫ້ໂຕກາກິນ ຄົນທີ່ສາວໄສ້ ແລະ ຄົນຖືກສາວໄສ້ ກໍບໍ່ໄດ້ປະໂຫຍດອັນໃດ ມີແຕ່ໂຕກາ ທີ່ຢູ່ລ້າໆກໍ່ໄດ້ຮັບຜົນປະໂຫຍດ.
ຕົວຢ່າງ:
ເມື່ອຜົວເມຍຄູ່ໜຶ່ງຜິດກັນ ແລ້ວທັງສອງກໍ່ນໍາເອົາເລື່ອງລາວພາຍໃນຄອບຄົວໄປເລົ່າສູ່ຄົນພາຍນອກຟັງ ຕ່າງຄົນຕ່າງເວົ້າເລື່ອງທີ່ບໍ່ດີຂອງກັນໃຫ້ຜູ້ອື່ນຮັບຮູ້ ກໍ່ເໝືອນການສາວໄສ້ໃຫ້ໂຕກາກິນກິນ ມີແຕ່ເສຍກັບເສຍ.
ຄວາມໝາຍຂອງຄຳເວົ້າທີ່ວ່າ ສາວໄສ້ໃຫ້ກາກິນ ໝາຍເຖິງຫຍັງ?

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo 


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING