ການນຳໃຊ້ດົນ ໃຊ້ກັບເຫດການຕ່າງໆ ໂດຍໃຊ້ຢູ່ຫຼັງຄຳອື່ນໆເຊັ່ນ: ຖ້າດົນ, ລໍດົນ, ໄປດົນ, ມາດົນ, ຂີ້ດົນ, ຢູ່ດົນ, ກິນດົນ, ເຮັດດົນ, ປ່ວຍດົນ, ໄຂ້ດົນ, ຮັກກັນດົນ, ຊັງກັນດົນ, ເວລາດົນ, ຕາຍແຕ່ດົນ, ມາແຕ່ດົນ, ຈົບແຕ່ດົນ, ໄດ້ແຕ່ດົນ, ກິນແຕ່ດົນ, ຕັ້ງແຕ່ດົນ, ຍັງອີກດົນ…
ນອກຈາກນີ້ແລ້ວຍັງນຳໜ້າບາງຄຳເຊັ່ນ ດົນນານ, ດົນກະດໍ້ກະເດ້ຍ, ດົນໆ.
ນານ ໃຊ້ກັບເຫດການຕ່າງໆ ໂດຍຢູ່ນຳໜ້າຄຳອື່ນໆເຊັ່ນ ນານຈົບ, ນານຈອດ, ນານຮອດ, ນານໄດ້, ນານຕາຍ, ນານໄປ, ນານມາ, ນານໄດ້ກິນ, ນານນັບ, ນານປີ, ນານແລ້ວ, ນານມາແລ້ວ, ນານດົນ, ນານໆ, ນານຂຶ້ນ, ນານລົງ…
ນອກຈາກນີ້ຍັງຢູ່ທ້າຍຄຳອື່ນເຊັ່ນ ກາລະນານ, ເຫີງນານ, ດົນນານ .
“ນານ” ຍັງໃຊ້ແທນຄຳວ່າ ດົນ ໄດ້ທຸກໆຄຳ ເຊັ່ນ ໄປນານ, ກິນນານ, ຢູ່ນານ…. ຄຳວ່າ “ດົນ” ກໍສາມາດແທນ ຄຳວ່ານານໄດ້ ຈະໃຊ້ໃນຂໍ້ຄວາມຍາວ ເຊັ່ນ ດົນຄັກກ່ອນຈະໄດ້ກິນ, ດົນຊິມາຮອດຮອດ, ດົນແລ້ວທີ່ລາວເຮັດ…
ເຖິງແມ່ນວ່າສອງຄຳຈະວາງໄວ້ໜ້າ ໄວ້ຫຼັງ ໃນຄວາມໝາຍຄືກັນກໍຕາມ ແຕ່ຄວາມໝາຍຕ່າງກັນເຊັ່ນ
ຕາຍດົນ = ຕາຍໄປແລ້ວ #ນານຕາຍ =ຍັງບໍ່ຕາຍ
ໄປດົນ = ໄປແລ້ວ #ນານໄປ = ຍັງບໍ່ໄປ
ກິນດົນ = ກຳລັງກິນຢູ່ບໍ່ທັນແລ້ວ #ກິນດົນແລ້ວ = ເຄີຍກິນມາແລ້ວ #ນານກິນ = ຍັງບໍ່ກິນ
ຈົບດົນ = ຈົບແລ້ວ #ນານຈົບ = ຍັງບໍ່ຈົບ
ຮູ້ລະອຽດຄວາມໜາຍພາສາລາວຂອງຄຳວ່າ ດົນ ແລະ ນານຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido