ຜົນກະທົບຈາກພະຍາດລະບາດໂຄວິດ 19 ນີ້ ເຮັດໃຫ້ບັນດາທຸລະກິດຕ່າງໆໄດ້ຮັບຜົນກະທົບໂດຍສະເພາະທຸລະກິດດ້ານການທ່ອງທຽວຖືວ່າໄດ້ຮັບຜົນກະທົບຫລາຍທີ່ສຸດ,ໃນວັນທີ 29 ເມສາ 2020 ບັນດາລັດຖະມົນຕີທ່ອງທ່ຽວ ຂອງປະເທດສະມາຊິກແຫ່ງອາຊຽນ ໄດ້ປະຊຸມທາງໄກຜ່ານວິດີໂອ ສະໄໝພິເສດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຄົນ ລັດຖະມົນຕີກະຊວງທ່ອງທ່ຽວແຫ່ງປະເທດກຳປູເຈຍ.
ໃນນັ້ນ ສປປ ລາວ ເຮົາເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຄໍານຶງເຖິງ ຄວາມຈໍາເປັນອັນຮີບດ່ວນ ກ່ຽວກັບກົນໄກການປະສານງານອາຊຽນໃຫ້ມີຄວາມເຂັ້ມແຂງ ເພື່ອເອົາຊະນະບັນດາສິ່ງທ້າທາຍຕ່າງໆ ໃນຂະແໜງການທ່ອງທ່ຽວ ເຊິ່ງແມ່ນໜຶ່ງໃນບັນດາຂະແໜງເສດຖະກິດຕົ້ນຕໍ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດ COVID-19 ໃນຄັ້ງນີ້ ແລະ ເປັນເຫດໃຫ້ທຸລະກິດໃນຂະແໜງການທ່ອງທ່ຽວຢຸດສະງັກ, ເຮັດໃຫ້ລາຍຮັບຫລຸດລົງ ແລະ ການຈ້າງງານຫລຸດລົງ.
ກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີການທ່ອງທ່ຽວອາຊຽນ ແຕ່ລະປະເທດໄດ້ລາຍງານສະພາບ ແລະ ຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໂດຍສະເພາະຜົນກະທົບຕໍ່ຂະແໜງການທ່ອງທ່ຽວ ຢູ່ໃນປະເທດຂອງຕົນໃຫ້ກອງປະຊຸມຮັບຊາບ ແລະ ຮ່ວມກັນປຶກສາຫາລືເພື່ອຊອກຫາວິທີທາງແກ້ໄຂ ແລະ ມາດຕະການສະເພາະໃນການເພີ່ມທະວີການຮ່ວມມື ແລະ ການປະສານງານອາຊຽນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຟື້ນຟູຂະແໜງ ການທ່ອງທ່ຽວໃຫ້ກັບຄືສູ່ສະພາບປົກກະຕິ.
ລັດຖະມົນຕີຫາລືຊອກວິທີແກ້ໄຂ ແລະ ມາດຕະການຟື້ນຟູການທ່ອງທ່ຽວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido