ອາເມລິກາໂຈະການອອກວີຊ່າໃຫ້ພົນລະເມືອງລາວ ແລະ ຄົນສັນຊາດລາວ.
ຕາມການລາຍງານຂອງສຳນັກຂ່າວ The Laotian Times ໄດ້ລາຍງານວ່າ ສະຫະລັດ ອາເມລິກາ ໄດ້ໂຈະການອອກວີຊ່າໃຫ້ແກ່ພົນລະເມືອງລາວ ແລະ ຄົນສັນຊາດລາວ ທີ່ສະໝັກຂໍວີຊ່າໃນລາວ ຫຼັງຈາກເຫດການກືນບໍ່ເຂົ້າຄາຍບໍ່ອອກທີ່ບໍ່ສາມາດຕົກລົງໄດ້ ເລື່ອງການສົ່ງຄົນລາວທີ່ຢູ່ອາເມລິກາກັບຄືນປະເທດ.
ອີງຕາມແຈ້ງການໃນເວັບໄຊ້ຂອງ ສະຖານເອກອັກຄະຖະລັດຖະທູດ ຂອງສະຫະລັດອາເມລິກາ ປະຈໍາ ສປປ ລາວ ໃນວັນທີ 1 ເມສາ 2020, ສ ອາເມລິກາ ຈະໂຈະການອອກວີຊ່າໃຫ້ແກ່ພົນລະເມືອງ ແລະ ຄົນສັນຊາດລາວ ແລະ ພົນລະເມືອງຂອງປະເທດພະມ້າ, ຈະຍົກເວັ້ນສະເພາະວີຊ່າບາງປະເພດເທົ່າໃນ (ລາຍລະອຽດອ່ານເພີ່ມຕື່ມຕາມແຈ້ງການ) ແລະ ບຸກຄົນອື່ນທີ່ຈະເດີນທາງ ເຊິ່ງລະບຸໃນພາກທີ 11 ຂອງຂໍ້ຕົກລົງຂອງສຳນັກງານໃຫຍ່ສະຫະປະຊາຊາດ.
ພາບ: laotiantimes.comແຈ້ງການສະບັບນີ້ລາຍງານວ່າ ລັດຖະມົນຕີ ວ່າການ ກະຊວງປ້ອງກັນຄວາມສະຫງົບ ຂອງອາເມລິກາໄດ້ແຈ້ງຫາ ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ວ່າປະເທດລາວປະຕິເສດ ຫຼື ຊັກຊ້າຢ່າງບໍ່ມີເຫດຜົນ ໃນການຮັບຄືນ ພົນລະເມືອງ, ວີຊ່າຕ່າງໆ, ຄົນສັນຊາດ ຫຼື ຜູ້ທີ່ພັກອາໄສຢູ່ອາເມລິກາ ຕາມຄໍາສັ່ງສຸດທ້າຍໃນການຍົກຍ້າຍພົນລະເມືອງອອກຈາກສະຫະລັດ.ລັດຖະມົນຕີ ວ່າການກະຊວງ ການຕ່າງປະເທດ ໄດ້ມີຄໍາສັ່ງໃຫ້ໂຈະການອອກວີຊ່າໃຫ້ແກ່ພົນລະເມືອງ ແລະ ຄົນສັນຊາດລາວ ທີ່ໄດ້ສະໝັກຂໍວີຊ່າຢູ່ນະຄອນຫຼວງວຽງຈັນ ໂດຍມີຂໍ້ຍົກເວັ້ນຈໍາກັດ.
ສະຫະລັດອາເມລິກາໂຈະການອອກວີຊ່າໃຫ້ຄົນລາວຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์